news & activities

ພິທີທໍາລາຍ ອຸປະກອນຮັບສັນຍານ, ຈານດາວທຽວ ທີ່ນໍາເຂົ້າບໍ່ຖືກລະບຽບກົດໝາຍ ຈໍານວນ 4 ໝວດໃຫຍ່ ຫຼາຍກວ່າ 6.000

ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງ (ອຄ.ນວ) ໄດ້ຈັດພິທີທໍາລາຍ ອຸປະກອນຮັບສັນຍານ, ຈານດາວທຽວ ທີ່ນໍາເຂົ້າບໍ່ຖືກລະບຽບກົດໝາຍ ຈໍານວນ 4 ໝວດໃຫຍ່ ຫຼາຍກວ່າ 6.000ລາຍການ ມູນຄ່າ ເກືອບ 300 ລ້ານກີບ.
ພິທີທໍາລາຍ ມີຂຶ້ນວັນທີ 10 ມີນາ 2022 ທີ່ສະໜາມບຳບັດຂີ້ເຫຍື້ອຫຼັກ 32 ບ້ານນາຜາສຸກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍມີການນໍາພະແນກ ອຄ.ນວ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ການກວດກາຄັ້ງນີ້ ສາມາດພົບເຫັນສິນຄ້າທີ່ລະເມີດ ຕໍ່ແຈ້ງການສະບັບເລກທີ 1989/ຫສນຍ.ກຄສ ລົງວັນທີ 14 ທັນວາ 2017 ເຊິ່ງເປັນການນໍາເຂົ້າ ແລະ ຈໍາໜ່າຍໂດຍບໍ່ໄດ້ຮັບອະນຸຍາດຈາກຂະແໜງການກ່ຽວຂ້ອງ, ສິນຄ້າບໍ່ໄດ້ເສຍພາສີ, ບໍ່ໄດ້ມາດຕະຖານ ເຊິ່ງສິນຄ້າດັ່ງກ່າວມີມູນຄ່າທັງໝົດ 292,2 ລ້ານກີບ ມີລາຍລະອຽດດັ່ງນີ້: ເຄື່ອງຮັບສັນຍານ ຈໍານວນ 879 ເຄື່ອງ, ຫົວດູດສັນຍານ ຈໍານວນ 320 ເຄື່ອງ, ລີໂມດ 5 ພັນອັນ, ຂາຕັ້ງຈານ 8 ຂາ.
ຫຼັງຈາກນັ້ນພະແນກ ອຄ.ນວ ໄດ້ອອກຂໍ້ຕົກລົງວ່າດ້ວຍການຮິບ ແລະ ທໍາລາຍສິນຄ້ານອກລະບົບສະບັບເລກທີ 0333/ອຄ.ນວ.ຄພນ ລົງວັນທີ 25 ກຸມພາ 2022 ພ້ອມທັງຈັດພິທີທໍາລາຍ ຢູ່ສະຖານີບຳບັດຂີ້ເຫຍື້ອ ຫຼັກ 32 ບ້ານນາຜາສຸກ ເມືອງໄຊທານີ ນະຄອນຫຼວງວຽງຈັນ
ໃນພິທີທຳລາຍສິນຄ້າ ທ່ານ ນັນຕາ ສານຸວົງ ຮອງຫົວໜ້າພະແນກ ອຄ.ນວ ໄດ້ຮຽກຮ້ອງຜູ້ໃຫ້ປະກອບການຫັນມາເຂົ້າສູ່ລະບຽບ ກົດໝາຍເພື່ອບໍ່ໃຫ້ເສຍເງິນ ໃນການນໍາເຂົ້າ ແລະ ຈໍາໜ່າຍສິນຄ້າຜິດລະບຽບ, ພ້ອມນັ້ນ ໃນການດໍາເນີນທຸລະກິດຕ້ອງມີໃບອະນຸຍາດ, ການນໍາສິນຄ້າຈໍາໜ່າຍຕ້ອງໄດ້ຮັບອະນຸຍາດຈາກພາກສ່ວນກ່ຽວຂ້ອງ, ຜູ້ຊົມໃຊ້ ກໍໃຫ້ເລືອກຊື້ສິນຄ້າທີ່ດີມີຄຸນນະພາບ, ສ່ວນແຜນການຕໍ່ໜ້າພະແນກອຸດສາຫະກຳ ແລະການຄ້າ ນະຄອນຫຼວງຈະໄດ້ສືບຕໍ່ສົມທົບກັບທຸກຂະແໜງການ ລົງກວດກາຕິດຕາມການນໍາເຂົ້າ ແລະ ຈໍາໜ່າຍສິນຄ້າປະເພດຈານດາວທຽມ ແລະ ເຄື່ອງຮັບສັນຍານໂທລະພາບທີ່ນໍາເຂົ້າ ແລະ ຈໍາໜ່າຍບໍ່ຖືກຕ້ອງຕາມລະບຽບ.
ທ່ານ ທອງດໍາ ຄໍາພາພັນ ຮອງພະແນກ ໂທລະພາບ ບໍລິສັດ ດາວທຽມລາວເອເຊຍ ປາຊີຟີກ ຈໍາກັດ ຕາງໜ້າບໍລິສັດກ່າວວ່າ: ປັດຈຸບັນ ລູກຄ້າທີ່ໃຊ້ ບໍລິການຂອງລາວແຊັດ ມີ 2 ແສນກວ່າ ຢູເຊີ້, ເຊິ່ງຂໍເຊີນ ຊວນພໍ່ແມ່ປະຊາຊົນລາວເຮົາ ເຊິ່ງປັດຈຸບັນມີກ່ອງຮັບສັນຍານຖືກຕ້ອງຕາມລະບຽບກົດໝາຍ ນັ້ນກໍ່ຄື ກ່ອງຮັບສັນຍານດາວທຽມໂທລະພາບ ລາວແຊັດ ເປັນການສົ່ງເສີມຜະລິດຕະພັນລາວໃຫ້ມີຄວາມເຂັ້ມແຂງ.