news & activities

ພິທີເຊັນສັນຍາຮ່ວມມືລະຫວ່າງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ແລະ ບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ

ໃນວັນທີ 09 ກັນຍາ 2022, ຢູ່ທີ່ ສຳນັກງານໃຫຍ່ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ໄດ້ຈັດພິທີເຊັນສັນຍາຮ່ວມມືລະຫວ່າງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ແລະ ບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈໍາກັດ, ວ່າດ້ວຍການບໍລິການຊຳລະສະສາງຄ່າບໍລິການຕ່າງໆຜ່ານ ທຄຕລ (BILL PAYMENT). ຕາງໜ້າລົງນາມໃນຄັ້ງນີ້ໂດຍ ທ່ານ ນາງ ສາຍສະໝອນ ຈັນທະຈັກ ຜູ້ອໍານວຍການໃຫຍ່ ທຄຕລ ແລະ ທ່ານ ອູ ຟາງເຈຍ ຜູ້ອໍານວຍການໃຫຍ່ ບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈໍາກັດ. ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານໂດຍ ຄະນະຜູ້ບໍລິຫານ ແລະ ພະນັກງານຄະນະພະແນກ, ຄະນະສູນ ຂອງທັງສອງຝ່າຍພາຍໃນນະຄອນຫຼວງວຽງຈັນ ແລະ ສື່ມວນຊົນຈາກຫຼາຍພາກສ່ວນກໍ່ໄດ້ເຂົ້າຮ່ວມໃນພິທີດັ່ງກ່າວ.
ດາວທຽມລາວດວງທຳອິດ (LAOSAT-1) ທີ່ໄດ້ຖືກສົ່ງຂຶ້ນສູ່ວົງໂຄຈອນ ໃນວັນທີ 11 ພະຈິກ 2015, ຫລັງຈາກນັ້ນ, ບໍລິສັດ ດາວທຽມລາວ ເອເຊຍ-ປາຊິຟິກ ຈໍາກັດ ກໍໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 25 ກຸມພາ 2016 ເພື່ອບໍລິຫານດາວທຽມ ແລະ ດຳເນີນທຸລະກິດໃນ 3 ບໍລິການໃຫຍ່ ຄື: ບໍລິການສື່ສານຜ່ານດາວທຽມ, ບໍລິການໂທລະພາບຜ່ານດາວທຽມ ແລະ ບໍລິການອິນເຕີເນັດຄວາມໄວສູງ.
ການບໍລິການໂທລະພາບຜ່ານດາວທຽມລາວ ແມ່ນກວມເອົາພື້ນທີ່ທົ່ວ ສປປ ລາວ ແລະ ບັນດາປະເທດອ້ອມຂ້າງ, ມາຮອດປັດຈຸບັນລູກຄ້າທີ່ຫັນມານຳໃຊ້ກ່ອງຮັບສັນຍານໂທລະພາບຜ່ານດາວທຽມ (Laosat HD) ເພີ່ມຫລາຍຂື້ນເລື້ອຍໆ ແລະ ໄດ້ພັດທະນາຊ່ອງທາງການຊຳລະຄ່າຮັບຊົມໂທລະພາບຂື້ນຫລາຍຊອ່ງທາງ ເພື່ອອຳນວຍຄວາມສະດວກໃຫ້ແກ່ລູກຄ້າ, ໃນນີ້ແມ່ນລວມທັງການຊຳລະຜ່ານ ທຄຕລ (Bill Payment) ຄື: ຜ່ານ BCEL One, i-Bank ແລະ ຜ່ານປ່ອງບໍລິການ ທຄຕລ.
ນະໂອກາດນີ້ຂໍສະແດງຄວາມຂອບໃຈມາຍັງລູກຄ້າທຸກທ່ານທີ່ນໍາໃຊ້ຜະລິດຕະພັນ ແລະ ບໍລິການ ຂອງ ດາວທຽມລາວ ຕະຫຼອດມາ. ດາວທຽມລາວ ຈະສືບຕໍ່ພັດທະນາການບໍລິການໃຫ້ມີຄວາມທັນສະໄໝ ແລະ ໃຫ້ມີຫລາກຫລາຍຊ່ອງທາງໃນການຊຳເງິນຄ່າຮັບຊົມ ເພື່ອອຳນວຍຄວາມສະດວກໃຫ້ແກ່ລູກຄ້າ.