ແຈ້ງການ ປະກົດການ ຄື້ນແມ່ເຫຼັກສຸລິຍະ Sun Outage 2019

ແຈ້ງການ ປະກົດການ ຄື້ນແມ່ເຫຼັກສຸລິຍະ Sun Outage 2019

ແຈ້ງເຖິງສະມາຊິກ LAOSAT HD ທຸກທ່ານຮັບຊາບວ່າ ໃນຊ່ວງເວລາວັນທີ 28/09 - 09/10/2019 ຈະເກີດປະກົດການ ຄື້ນສຸລິຍະ ຫຼື Sun Outage ຊຶ່ງຈະສົ່ງຜົນໃຫ້ການຮັບຊົມໂທລະພາບເກີດການຂັດຂ້ອງເປັນບາງເວລາ 

ປະກົດການ ຄື້ນລັງສີສຸລິຍະ ຫຼື Sun Outage ແມ່ນຫຍັງ?

ເປັນກະກົດການເມື່ອ ດວງຕາເວັນ ດາວທຽມ ແລະ ໂລກ ໂຄຈອນມາໃນເສັ້ນແນວດຽວກັນ ເຮັດໃຫ້ຄື້ນແມ່ເຫຼັກໄຟຟ້າຈາກດວງຕາເວັນ ໄປລົບກວນການສົ່ງສັນຍານຂອງດາວທຽມລົງສູ່ສະຖານີພາກພື້ນດິນ ສົ່ງຜົນໃຫ້ການຮັບຊົມໂທລະພາາບບໍ່ສະຖຽນ ແລະ ເກີດການຂັດຂ້ອງ ອາດສົ່ງຜົນເຖິງຂັ້ນບໍ່ສາມາດຮັບຊົມໄດ້ (ປະກົດການນີ້ເກີດຂຶ້ນທຸກໆ 2 ຄັ້ງຕໍ່ປີ)

ເມື່ອເກີດຂຶ້ນຈະແກ້ໄຂແນວໃດ?

ໃຫ້ລໍຖ້າປະມານ 1-30 ນາທີ ເພື່ອໃຫ້ເໂລກ ແລະ ດວງຕາເວັນເລື່ອນຜ່ານເສັ້ນແນວ ດຽວກັນ ກໍ່ຈະເຮັດໃຫ້ສາມາດຮັບຊົມໂທລະພາບໄດ້ຕາມປົກກະຕິ

 

Dear customer, Sun Outage may affect your watching till 9th Oct., please be patience and wait when channels are not stable, sorry for troubling.

 

ຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີມ ສູນບໍລິການ 1855/ 021 228 228

ດາວທຽມລາວ ດາວທຽມຂອງ ຄົນລາວເພື່ອຄົນລາວ