news & activities

ກອງປະຊຸມ ເຜີຍແຜ່ຂໍ້ຕົກລົງຂອງລັດຖະມົນຕີວ່າດ້ວຍການຄຸ້ມຄອງຈານດາວທຽມ ແລະ ຝຶກອົບຮົມເຕັກນິກການຖະແຫຼງຂ່າວ

 

ໃນວັນທີ 16 ກຸມພາ 2021 ກະຊວງ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຈັດກອງປະຊຸມ ເຜີຍແຜ່ຂໍ້ຕົກລົງຂອງລັດຖະມົນຕີວ່າດ້ວຍການຄຸ້ມຄອງຈານດາວທຽມ ແລະ ຝຶກອົບຮົມເຕັກນິກການຖະແຫຼງຂ່າວ ທີ່ແຂວງໄຊຍະບູລີ.

ເປັນປະທານໂດຍ ຂອງທ່ານ ສະຫວັນຄອນ ຣາຊມົນຕີ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແລະ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ ແຂວງໄຊຍະບູລີ.

ໃນກອງປະຊຸມຄັ້ງນີ້ ຕາງໜ້າໃຫ້ບໍລິສັດເຂົ້າຮ່ວມໂດຍ ທ່ານ ສີສັນ ປອງນະທີ ຮອງຜູ້ອຳນວຍ ການໃຫ່ຍ ບໍລິສັດ ດາວທຽມລາວ ເອເຊຍ-ປາຊິຟິກ ຈຳກັດ ພ້ອມດ້ວຍພະແນກການກ່ຽວຂ້ອງຊື້ງ ໄດ້ຂື້ນນຳສະເໜີກ່ຽວກັບຄວາມເປັນມາຂອງໂຄງການດາວທຽມລາວ ແລະ ສະພາບການດຳເນີນທຸລະກິດຂອງບໍລິສັດ ພ້ອມກັນນັ້ນຍັງໄດ້ນຳສະເໜີລາຍລະອຽດກ່ຽວກັບຜະລິດຕະພັນ ກໍ່ຄືຊຸດເຄື່ອງຮັບສັນຍານໂທລະພາບຜ່ານດາວທຽມ (LAOSAT TV) ຂອງບໍລິສັດ ຕໍ່ຜູ້ສຳມະນາເພື່ອແນໃສ່ໃຫ້ບັນດາພະແນກ ຖວທ ແຂວງ ແລະ ເມືອງ ໃຫ້ມີຄວາມເຂົ້າໃຈຕໍ່ສະພາບການຈຳໜ່າຍຜະລິດຕະພັນດັ່ງກ່າວ ແລະ ເພື່ອຊ່ວຍທາງບໍລິສັດປະຕິບັດໜ້າທີ່ການໃນການເຜີຍແຜ່ ແລະ ຊຸກຍູ້ໃຫ້ປະຊາຊົນ ຫັນມານຳໃຊ້ໃຫ້ແຜ່ຫລາຍ ແລະ ທົ່ວເຖີງໃນເຂດຫ່າງໄກຊອກຫລີກ, ເພື່ອຮັບປະກັນການສົ່ງຂໍ້ມູນຂ່າວສານຂອງພາກລັດຖະບານ ແລະ ສັງຄົມ ໃຫ້ເຂົ້າເຖີງປະຊາຊົນບັນດາເຜົ່າຢູ່ເຂດຫ່າງໄກຊອກລີກ ໃນຂອບເຂດທົ່ວປະເທດ.