news & activities

ນື່ອງໃນໂອກາດສົ່ງທາຍປີເກົ່າຕ້ອນຮັບປີໃໝ່ ສາກົນປີ ຄສ 2022

ເນື່ອງໃນໂອກາດສົ່ງທາຍປີເກົ່າຕ້ອນຮັບປີໃໝ່ ສາກົນປີ ຄສ 2022, ທາງຄະນະພັກ, ຄະນະອໍານວຍການ ບໍລິສັດດາວທຽມລາວ ເອເຊຍ-ປາຊີຟິກ ຈຳກັດ ໄດ້ເຂົ້າອວຍພອນ ການນຳຂອງບັນດາກະຊວງຊື່ງມີທ່ານລັດຖະມົນຕີ, ຮອງລັດຖະມົນຕີ ແລະ ບັນດາຫົວຫນ້າກົມທີ່ກ່ຽວຂ້ອງ ຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທຽ່ວ, ກະຊວງ ປກສ, ປກຊ , ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ,ກະຊວງ ອຸດສາຫະກຳ ແລະ ການຄ້າ, ເຊິ່ງການເຂົ້າອວຍພອນປີໃໜ່ໃນຄັ້ງນີ້ນຳໂດຍ ທ່ານ ຕິງຢົງບິງ ຜູ້ອໍານວຍການ ບໍລິສັດດາວທຽມລາວເອເຊຍ-ປາຊີຟິກ ຈຳກັດ, ທ່ານ ສີສັນ ປອງນາທີ ຮອງຜູ້ອຳນວຍການໃຫຍ່ບໍລິສັດ, ທ່ານ ອູ ຟາງເຈຍ ຮອງອຳນວຍການບໍລິສັດ ແລະ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງ. ໃນໂອກາດນີ້ ທາງຄະນະອໍານວຍການບໍລີສັດລາວເອເຊຍ ປາຊີຟິກ ຈໍາກັດ ຍັງໄດ້ລາຍງານຫຍໍ້ຜົນສໍາເລັດ, ຄວາມຄືບຫນ້າໃນການດໍາເນີນທຸລະກິດ ຂອງບໍລິສັດ ແລະ ທີດທາງແຜນການໃນປີ 2022 ກໍຄື ແຜນການ 5 ປີຕໍ່ຫນ້າ.