news & activities

ພິທີງານຮັບລາງວັນນັກທຸລະກິດຊັ້ນນຳດິເດັ່ນ ສຄອຊ ໃນໄລຍະ ໂຄວິດ-19 ປະຈຳປີ 2021

ບໍລິສັດ ດາວທຽມລາວເອເຊຍ-ປາຊີຟິກ ຈຳກັດ
ໄດ້ຮັບລາງວັນ ນັກທຸລະກິດຊັ້ນນໍາດີເດັ່ນ ປະຈໍາປີ 2021
ໃນວັນທີ 29 ທັນວາ 2021 ທ່ານ ສີສັນ ປອງນະທີ ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ດາວທຽມລາວເອເຊຍ-ປາຊີຟິກ ຈຳກັດ ໄດ້ເຂົ້າຮ່ວມກອງປະຊຸມຮັບຟັງການໂອ້ລົມຂອງພະນະທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ງານມອບລາງວັນທຸລະກິດຊັ້ນນໍາດີເດັ່ນໄລຍະໂຄວິດ-19 ປີ 2021 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ເປັນເຈົ້າພາບຈັດຂື້ນໂດຍ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ). ກອງປະຊຸມຄັ້ງຄັ້ງນີ້ໂດຍການເປັນປະທານຂອງພະນະທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ມີບັນດາທ່ານ ລັດຖະມົນຕີ, ຮອງລັດຖະມົນຕີ, ຕາງໜ້າຈາກພາກລັດ, ພາກທຸລະກິດ ເຂົ້າຮ່ວມ ຫຼາຍກວ່າ 150 ທ່ານ. ຈຸດປະສົງຕົ້ນຕໍຂອງກອງປະຊຸມ ໃນຄັ້ງນີກໍ່ເພື່ອຮັບຟັງທິດຊີ້ນໍາ ແລະ ທິດທາງແຜນການຂອງ ລັດຖະບານ ໃນການພັດທະນາເສດຖະກິດ-ສັງຄົມ, ການແກ້ໄຂຂໍ້ຫຍຸ້ງຍາກທາງດ້ານ ເສດຖະ ກິດ-ການເງິນ, ການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19, ທິດທາງແກ້ໄຂບັນຫາທີ່ເປັນອຸປະສັກຕໍ່ການດໍາ ເນີນທຸລະກິດ ແລະ ມອບລາງວັນທຸລະກິດດີເດັ່ນ ເພື່ອຍ້ອງຍໍຊົມເຊີຍ ແລະ ເປັນຂວັນກໍາລັງໃຈໃຫ້ບັນດາຫົວໜ່ວຍ ທຸລະກິດ ທີ່ເປັນສະມາຊິກຂອງສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວທີ່ສາມາດນໍາວິສາຫະກິດຂອງຕົນຂ້າມຜ່ານວິກິດຕ່າງໆ ທີ່ເກີດຂື້ນຈາກການແຜ່ລະບາດຂອງເຊື້ອພະຍາດ COVID-19 ແລະ ຊົມເຊີຍ ບັນດາວິສາຫະກິດ ທີ່ມີທ່າແຮງ ປະກອບສ່ວນທາງດ້ານທຶນຮອນ, ວັດຖຸປັດໃຈຕ່າງໆສົມທົບໃຫ້ແກ່ລັດຖະບານ ໃນການສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງເຊື້ອພະຍາດ COVID-19 ທັງເປັນການປະກອບສ່ວນອັນສໍາຄັນ ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນໄລຍະຜ່ານມາ. ບໍລິສັດ ດາວທຽມລາວເອເຊຍ-ປາຊີຟິກ ຈຳກັດ ແມ່ນໜຶ່ງ ໃນຈໍານວນທັງໝົດ 106 ບໍລິສັດ, 13 ຂະແໜງການ ຈາກ 06 ແຂວງ ເຊັ່ນ: ສາລະວັນ, ແຂວງຈໍາປາສັກ,ສະຫວັນນະເຂດ, ບໍລິຄໍາໄຊ, ນະຄອນຫຼວງວຽງຈັນ ແລະ ແຂວງຫຼວງນໍ້າທາ, ບໍລິສັດ ດາວທຽມລາວເອເຊຍ-ປາຊີຟິກ ຈຳກັດ ແມ່ນບໍລິສັດໜຶ່ງທີ່ມີຄວາມສາມາດໂດດເດັ່ນ, ປະກອບສ່ວນພັນທະອາກອນໃຫ້ແກ່ລັດຢ່າງສະໝໍ່າສະເໝີ ແລະ ທັນຕາມກໍານົດເວລາ, ມີຜົນງານຫຼວງຫຼາຍໃນການປະກອບສ່ວນຊວ່ຍເຫຼືອສັງຄົມເປັນຕົ້ນແມ່ນດ້ານວຽກງານສາທາລະນະສຸກ, ວຽກງານການສຶກສາ, ວຽກງານ ປກຊ, ປກສ, ຊ່ວຍເຫຼືອຜູ້ປະສົບໄພພິບັດທາງທໍາມະຊາດ ແລະ ອຶ່ນໆໂດຍສະເພາະໄດ້ປະກອບສ່ວນຊ່ວຍລັດຖະບານໃນວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ 19 ເປັນເງິນສົດ ແລະ ວັດຖຸ ມູນຄ່າຫຼາຍກວ່າ 1,630,000,000 ຕື້ກີບ. ປະກອບສ່ວນຕໍ່ການສ້າງຄວາມເຂັ້ມແຂງໃຫ້ ສະພາການຄ້າ ແລະ ອຸດສາຫະກໍາ ແລະ ສາມາດນໍາພາ ວິສາຫະກິດຂອງຕົນ ຜ່ານຜ່າວິກິດ ທີ່ເກີດຈາກສະພາບເສດຖະກິດ ແລະ ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ ເປັນຢ່າງດີ.