news & activities

ພິທີເຊັນບົດບັນທຶກຄວາມເຂົ້າໃຈ

ໃນວັນທີ 24 ທັນວາ 2021 ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ເພຶ່ອຄົ້ນຄ້ວາສ້າງລະບຽບການຮັກສາຄວາມປອດໄພທາງໄຊເບີ, ສະໜອງການຄຸ້ມຄອງ, ພັດທະນາເວບໄຊ໌ ແລະ ອີເມວ ຂອງບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈຳກັດ ລະຫວ່າງ
ກົມຄວາມປອດໄພໄຊເບີ ແລະ ບໍລິສັດ ດາວທຽມລາວເອເຊຍ-ປາຊີຟິກ ຈຳກັດ ຊຶ່ງໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານໂດຍທ່ານ ຄຳຫຼ້າ ສຸນນະລັດ ຫົວໜ້າກົມຄວາມປອດໄພໄຊເບີ ພ້ອມດ້ວຍ ຄະນະອຳນວຍການ, ຄະນະກົມ, ສູນ ແລະ ສະຖາບັນອ້ອມຂ້າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຊຶ່ງຕາງໜ້າລົງນາມເຊັນບົດບັນທຶກທັງສອງຝ່າຍໃນຄັ້ງນີ້ແມ່ນ: ທ່ານ ສຸດສາຄອນ ພົມມະຈັນ ຮອງຫົວຫນ້າກົມຄວາມປອດໄພໄຊເບີ, ທ່ານ ສີສັນ ປອງນະທີ ຮອງຜູ້ອຳນວຍການໃຫຍ່ ບໍລິສັດດາວທຽມລາວເອເຊຍ-ປາຊີຟິກ ຈຳກັດ. ການຮ່ວມມືໃນຄັ້ງນີ້ແມ່ນແນ່ໃສ່ຍົກລະດັບການນຳໃຊ້ຊັບພະຍາກອນ, ລະບົບ ແລະ ອຸປະກອນທີ່ມີ ຂອງ LAOSAT ເປັນຫຼັກ ຊຶ່ງທັງສອງຝ່າຍຍັງມີແຜນສືບຕໍ່ຂະຫຍາຍການສຶກສາ ແລະ ຄົ້ນຄ້ວາເພີ່ມເຕີມກ່ຽວກັບການສະຫນອງການບໍລິການເຊັ່ນ:
• Lao-antivirus;
• ກວດກາ, ປັບປຸງ ແລະ ບໍາລຸງຮັກສາ ດ້ານຄວາມປອດໄພໃນລະບົບເຄືອຄ່າຍຄອມພີວເຕີ;
• ບໍາລຸງຮັກສາ ແລະ ປ້ອງກັນຂໍ້ມູນໃຫ້ແກ່ການບໍລິການຂອງບໍລິສັດ;
• ຊ່ວຍຍົກລະດັບ ແລະ ພັດທະນາທາງດ້ານເຕັກນິກວິຊາການໃຫ້ພະນັກງານຂອງບໍລິສັດ ເພື່ອຮັບປະກັນການຄຸ້ມຄອງ ແລະ ເຝົ້າລະວັງຄວາມປອດໄພລະບົບເຄືອຂ່າຍພາຍໃນຂອງບໍລິສັດ.