news & activities

ພິທີເຊັນສັນຍາ ວ່າດ້ວຍການໃຫ້ບໍລິການຂົນສົ່ງສີນຄ້າ ແລະ ການບໍລິການຈຳໜ່າຍຊຸດອຸປະກອນຮັບສັນຍານໂທລະພາບຜ່ານດາວທຽມລາວ (Laosat TV)

ພິທີເຊັນສັນຍາ ວ່າດ້ວຍການໃຫ້ບໍລິການຂົນສົ່ງສີນຄ້າ ແລະ ການບໍລິການຈຳໜ່າຍຊຸດອຸປະກອນຮັບສັນຍານໂທລະພາບຜ່ານດາວທຽມລາວ (Laosat TV)
ລະຫວ່າງ
ບໍລິສັດ ລັດວິສາຫະກິດ ໄປສະນີລາວ ແລະ ບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈຳກັດ

ໃນຕອນບ່າຍຂອງວັນທີ 22 ທັນວາ 2021 ໄດ້ມີພິທີເຊັນສັນຍາ: ວ່າດ້ວຍການໃຫ້ບໍລິການຂົນສົ່ງສີນຄ້າ ແລະ ການບໍລິການຈຳໜ່າຍຊຸດອຸປະກອນຮັບສັນຍານໂທລະພາບຜ່ານດາວທຽມລາວ (Laosat TV) ລະຫວ່າງ ບໍລິສັດລັດວິສາຫະກິດໄປສະນີລາວ ແລະ ບໍລິສັດດາວທຽມລາວເອເຊຍ-ປາຊີຟິກ ຈຳກັດ ໂດຍໄດ້ຮັບກຽດເຂົ້າຮ່ວມເປັນສັກຂີພະຍານໃນພິທີຂອງ ທ່ານ ບັນດິດ ສຈ ບໍ່ວຽງຄໍາ ວົງດາລາ ກຳມະການສູນກາງພັກ, ລັດຖະມົນຕີກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ທ່ານ ຫຽມ ພົມມະຈັນ ປະທານສະພາບໍລິຫານບໍລິສັດດາວທຽມລາວ, ທ່ານ ປອ ພູຫວີນ ຟອງສະມຸດ ຜູ້ອຳນວຍການໃຫ່ຍ ບໍລິສັດ ລັດວິສາຫະກິດ ໄປສະນີລາວ ແລະ ທ່ານ ດິ່ງ ຢົງບິ່ງ ຜູ້ອຳນວຍການໃຫຍ່ບໍລິສັດດາວທຽມລາວ ເອເຊຍ-ປາຊີຟິກຈຳກັດ. ນອກຈາກນີ້ຍັງມີບັນດາທ່ານຫົວໜ້າກົມ ແລະ ຄະນະອຳນວຍການຂອງສອງບໍລິສັດເຂົ້າຮ່ວມໃນພິທີ.
ຈຸດປະສົງຂອງການເຊັນສັນຍາໃນຄັ້ງນີ້ແມ່ນເພື່ອນຳໃຊ້ພຶ້ນຖານໂຄງລ່າງຫ້ອງການຂອງບໍລິສັດລັດວິສາຫະກິດໄປສະນີລາວຢູ່ທຸກແຂວງ, ເມືອງ ແລະ ບ້ານ ເປັນປ່ອງບໍລິການ ແລະ ຈຳໜ່າຍຊຸດອຸປະກອນຮັບສັນຍານໂທລະພາບຜ່ານດາວທຽມລາວ (LAOSAT-TV/Set Top Boxes) ພ້ອມທັງສ້າງທີມງານຂອງບໍລິສັດລັດວິສາຫະກິດໄປສະນີລາວ ຊ່ວຍບໍລິການຫລັງການຂາຍໃນຂອບເຂດທົ່ວປະເທດເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ປະຊາຊົນລາວບັນດາເຜົ່າໄດ້ເຂົ້າເຖິງສິນຄ້າຂອງບໍລິສັດ ດາວທຽມລາວ ແລະ ເພື່ອສົ່ງເສີມໃຫ້ປະຊາຊົນລາວໃນເຂດຫ່າງໄກສອກຫຼີກສາມາດຮັບຮູ້ຂໍ້ມູນຂ່າວສານ ແລະ ສາລະຄວາມຮູ້ທີ່ຫລາກຫຼາຍຜ່ານທາງກ່ອງຮັບສັນຍານໂທລະພາບດາວທຽມລາວ (ຫລື ລາວແຊັດ);
ນໍາໃຊ້ບໍລິການຂົນສົ່ງຂອງບໍລິສັດ ລັດວິສາຫະກິດ ໄປສະນີລາວ ເພື່ອແຈກຢາຍສິນຄ້າຂອງບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈຳກັດ ໃນຂອບເຂດທົ່ວປະເທດ. ຊຶ່ງເປັນກຽດຕາງໜ້າລົງນາມເຊັນສັນຍາຂອງສອງຝ່າຍໃນຄັ້ງນີ້ໂດຍ:
1. ທ່ານ ປອ. ພູຫວີນ ຟອງສະມຸດ ຜຸ້ອຳນວຍການໃຫ່ຍ ບໍລິສັດ ລັດວິສາຫະກິດ ໄປສະນີລາວ;
2. ທ່ານ ຕິ່ງ ຢົງບິ່ງ ຜູ້ອຳນວຍການໃຫຍ່ ບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈຳກັດ.