news & activities

ບໍລິສັດດາວທຽມລາວ ເອເຊຍ-ປາຊີຟິກ ຈຳກັດ ໄດ້ເລັ່ງເຫັນເຖິງຄວາມສຳຄັນໃນການປ້ອງກັນການແຜ່ລະບາດຂອງພະຍາດ COVID-19

ບໍລິສັດດາວທຽມລາວ ເອເຊຍ-ປາຊີຟິກ ຈຳກັດ ໄດ້ເລັ່ງເຫັນເຖິງຄວາມສຳຄັນໃນການປ້ອງກັນສຸຂະພາບຂອງພະນັກງານພາຍໃນບໍລິສັດໃນການປະຕິບັດໜ້າທີໃນໄລຍະເກີດການແຜ່ລະບາດຂອງເຊື້ອພະຍາດຈຸລະໂຣກສາຍພັນໃໝ່ (COVID-19) ໂດຍໄດ້ປະຕິຕາມແຜນມາດຕະການປ້ອງກັນ 03 ລະດັບຂອງບໍລິສັດ ລວມທັງ ຄຳສັ່ງແນະນຳຂອງທ່ານນາຍົກລັດຖະມົນຕີ ເລກທີ 15 ລົງວັນທີ 21/4/2021 ແລະ ຄຳສັ່ງແນະນຳເພີ່ມເຕີມຂອງ ອົງການປົກຄອງນະຄອນຫລວງວຽງຈັນ ສະບັບເລກທີ 006 ລົງວັນທີ 22/4/2021 ໂດຍຕິດພັນກັບການຖອດຖອນບົດຮຽນ ແລະ ນຳໃຊ້ແຜນ Business Model Canvas ເພື່ອໃຫ້ສາມາດຮັບມືກັບສະຖານະການປົກກະຕິແບບໃໝ່ (New Normal) ທີ່ເກີດຂື້ນ ແລະ ເພື່ອໃຫ້ບໍລິສັດສາມາດເດີນໜ້າໄປໄດ້ຢ່າງຄອງຕົວ.
* ອີກເທື່ອໜຶ່ງ ຂໍຮຽກຮ້ອງມາຍັງລູກຄ້າຂອງບໍລິສັດ ແລະ ທົ່ວສັງຄົມລາວ ຈົ່ງເພີ່ມທະວີສະຕິໃນການປ້ອງກັນເຊື້ອພະຍາດດັ່ງກ່າວຕາມຄຳແນະນຳຂອງ ສູນປະຕິບັດງານ ຄະນະສະເພາະກິດ ຄວບຄຸມ COVID-19 ລະດັບຊາດ ຢ່າງເຂັ້ມງວດ. ຄະນະຜູ້ບໍລິຫານ ແລະ ພະນັກງານຂອງບໍລິສັດ ຂໍອວຍພອນໃຫ້ທຸກທ່ານຈົ່ງປອດໄພຈາກເຊື້ອພະຍາດຈຸລະໂຣກຮ້າຍນີ້ດ້ວຍ.
* ດ້ວຍຄວາມເປັນຫ່ວງ ຈາກ ຄະນະຜູ້ບໍລິຫານ ແລະ ພະນັກງານບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈຳກັດ *