news & activities

ບໍລິສັດດາວທຽມລາວ ເອເຊຍ-ປາຊີຟິກ ຈຳກັດ ໄດ້ເຂົ້າອວຍພອນ ການນຳຂອງບັນດາກະຊວງ ແລະ ບັນດາກົມທີ່ກ່ຽວຂ້ອງ

ເນື່ອງໃນໂອກາດສົ່ງທາຍປີເກົ່າຕ້ອນຮັບປີໃໝ່ ພສ 2564 ທາງ ບໍລິສັດດາວທຽມລາວ ເອເຊຍ-ປາຊີຟິກ ຈຳກັດ ໄດ້ເຂົ້າອວຍພອນ ການນຳຂອງບັນດາກະຊວງ ແລະ ບັນດາກົມທີ່ກ່ຽວຂ້ອງ ເປັນຕົ້ນ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ອົງການດັດສົມໂທລະຄົມ, ກົມໄອຊີທີ, ກົມສື່ສານ ປກສ, ກົມຄື້ນຄວາມຖີ່, ກົມກວດກາ, ກົມສື່ມວນຊົນ, ສູນລາວເຊີດ, ສູນບໍລິຫານລັດ, ສູນອິນເຕີເນັດ ແຫ່ງຊາດ, ໂທລະພາບກອງທັບ, ວິທະຍຸກອງທັບ. ເຊິ່ງການເຂົ້າອວຍພອນປີໃໜ່ລາວໃນຄັ້ງນີ້ນຳໂດຍ ທ່ານ ທ່ານ ດີ່ງ ຢ່ອງບິ່ງ ຜູ້ອຳນວຍການໃຫຍ່ ບໍລິສັດດາວທຽມລາວເອເຊຍ-ປາຊີຟິກ ຈໍາກັດ, ທ່ານ ສີສັນ ປອງນາທີ ຮອງຜູ້ອຳນວຍການໃຫຍ່ບໍລິສັດ, ທ່ານ ອູ ຟາງເຈຍ ຮອງອຳນວຍການບໍລິສັດ ແລະ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງ.