news & activities

ບໍລິສັດ ດາວທຽມລາວ ເອເຊຍ-ປາຊິຟີກ ຈຳກັດ ໄດ້ຈັດພິທີທາງປະເພນີແລະສາສະໜາໃຫ້ກັບສູນບໍລິການແຫ່ງໃໝ່ ຂອງບໍລິສັດ

ໃນເວລາ 09:00 ໂມງເຊົ້າຂອງວັນທີ 04 ຕຸລາ 2021 ບໍລິສັດດາວທຽມລາວເອເຊຍ-ປາຊີຟິກ ຈຳກັດ ໄດ້ເປີດສູນບໍລິການແຫ່ງໃໝ່ຢ່າງເປັນທາງການຢູ່ ບ້ານສາຍລົມ, ຖະໜົນສາຍລົມ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ ໂດຍມີທ່ານ ຫຽມ ພົມມະຈັນ ປະທານສະພາບໍລິຫານບໍລິສັດ ພ້ອມດ້ວຍ ຄະນະອຳນວຍການ ແລະ ພະນັກງານຫຼັກແຫຼ່ງຈຳນວນໜຶ່ງເຂົ້າຮ່ວມ.

ສຳລັບສູນບໍລິການໃໝ່ແຫ່ງນີ້ ແມ່ນໄດ້ນຳໃຊ້ອາຄານຂອງ ບໍລິສັດລັດວິສາຫະກິດໄປສະນີລາວ ພາຍໃຕ້ກອບການຮ່ວມມືທາງດ້ານທຸລະກິດລະຫວ່າງສອງຝ່າຍ ໂດຍແນ່ໃສ່ນຳໃຊ້ຊັບພະຍາກອນ ແລະ ຊັບສິນທີ່ມີຂອງທັງສອງບໍລິສັດໃຫ້ເກີດຜົນປະໂຫຍດສູງສຸດ.