news & activities

ກອງປະຊຸມໃຫຍ່ຊາວໜຸ່ມ ລັດວິສາຫະກິດ ດາວທຽມລາວຄັ້ງທີ I

ໃນຕອນເຊົ້າຂອງວັນທີ 01 ທັນວາ 2022 ທີ່ຜ່ານມານີ້, ທີ່ຫ້ອງປະຊຸມ ຊັ້ນ 03, ທີ່ຫ້ອງປະຊຸມຊັ້ນ 3 ຕຶກສະຖານີດາວທຽມລາວ ບ້ານ ນາໄຮ່ ເມືອງ ຫາດຊາຍຟອງ ແຂວງ ນະຄອນຫຼວງວຽງຈັນ, ຄະນະຊາວໜຸ່ມຮາກຖານ ລັດວິສາຫະກິດ ດາວທຽມລາວ (ດທລ) ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ I ຂອງຕົນຂຶ້ນ ໂດຍການເຂົ້້າຮ່ວມເປັນປະທານ ຂອງ ສະຫາຍ ສີສັນ ປອງນະທີ, ເລຂາ ໜ່ວຍພັກ ບໍລິສັດ ດາວທຽມລາວ ເອເຊຍ-ປາຊິຟິກ ຈຳກັດ ແລະ ສະຫາຍ ພວງປະເສີດ ແກ້ວສຸວັນ, ຄະນະພັກກະຊວງ, ກໍາມະການຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກຕສ ແລະ ຕາງໜ້າຈາກສະຫະພັນແມ່ຍິງ ດອປ, ຕາງໜ້າຈາກກໍາມະບານ ດອປ ແລະ ຕາງໜ້າຈາກບັນດາກົມ/ທຽບເທົ່າ ພ້ອມດ້ວຍບັນດາສະມາຊິກຊາວໜຸ່ມພາຍໃນຮາກຖານເຂົ້າຮ່ວມ ໃນນັ້ນ ມີຜູ້ແທນກອງປະຊຸມເຂົ້າຮ່ວມທັງໝົດ 38 ສະຫາຍ, ຍິງ 14 ສະຫາຍ.
ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ຮັບຟັງບົດລາຍງານການເມືອງ ແລະ ເຫັນດີຮັບຮອງເອົາບົດລາຍງານການເມືອງ ຊຶ່ງໄດ້ສະຫຼຸບຕີລາຄາຜົນງານການເຄື່ອນໄຫວວຽກງານຂອງຮາກຖານຊາວໜຸ່ມ ດທລ ໃນໄລຍະຜ່ານມາ ແລະ ກໍານົດທິດທາງແຜນການໃນ 05 ປີຕໍ່ໜ້າ ຊຶ່ງໄດ້ວາງມາດຕະການໃນການຈັດຕັ້ງປະຕິບັດ ດັ່ງນີ້: ເພີ່ມທະວີ ການສຶກສາອົບຮົມດ້ານການເມືອງ-ແນວຄິດ, ຍົກລະດັບຄວາມຮູ້ຄວາມສາມາດ ແລະ ຄວາມເຂົ້າໃຈຂອງສະມາຊິກຊາວໜຸ່ມຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ລະບຽບກົດໝາຍຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ, ກໍ່ສ້າງໃຫ້ພະນັກງານໄວໜຸ່ມມີນ້ຳໃຈຮັກຊາດ, ມີຄວາມຈົງຮັກພັກດີຕໍ່ພັກ-ລັດ, ມີມານະຈິດຕື່ນຕົວປະຕິວັດ, ກາຍເປັນຜູ້ສືບທອດພາລະກິດປະຕິວັດເຊິ່ງແຕ່ລະປີຕ້ອງໄດ້ຊຸກຍູ້ ແລະ ລະດົມສະມາຊິກຊາວໜຸ່ມໃຫ້ສາມາດ ຍົກລະດັບການສຶກສາດ້ານວິຊາສະເພາະ ແລະ ທິດສະດີ-ການເມືອງການປົກຄອງ, ປັບປຸງແບບແຜນການເຄື່ອນໄຫວວຽກງານຂອງຮາກຖານ ແລະ ຈຸຄືນໃໝ່ ເພື່ອໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນທາງດ້ານການຈັດຕັ້ງ, ຈັດຕັ້ງປະຕິບັດຂະບວນການແຂ່ງຂັນ 4 ບຸກ ໃຫ້ຕິດພັນໄປກັບແຜນການເຄື່ອນໄຫວວຽກງານວິຊາສະເພາະຂອງຮາກຖານ ເພື່ອຮັບປະກັນໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ ພ້ອມທັງເອົາໃຈໃສ່ຕິດຕາມກວດກາ ແລະ ຊຸກຍູ້ການເຄື່ອນໄຫວຂອງສະມາຊິກຊາວໜຸ່ມ ແລະ ຄະນະຮາກຖານຊາວໜຸ່ມ ຢ່າງເປັນເປັນປົກກະຕິ ຕາມກົດໝາຍວ່າດ້ວຍ ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແລະ ກົດລະບຽບຂອງ ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ພ້ອມດຽວກັນນັ້ນ ກໍ່ຕ້ອງເອົາໃຈໃສ່ປະຕິບັດນະໂຍບາຍດ້ານຕ່າງໆ ຢ່າງເໝາະສົມຕໍ່ຜູ້ທີ່ມີຄວາມຫ້າວຫັນ ແລະ ມີຜົນງານດີເດັ່ນໃນຂະບວນການຕົວຈິງ.
ພ້ອມນີ້, ຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະຮາກຖານຊາວໜຸ່ມ ດທລ ຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ທັງຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂທີ່ກໍານົດໄວ້ ຊຶ່ງມີຜູ້ລົງຮັບສະໝັກເລືອກຕັ້ງທັງໝົດ 07 ສະຫາຍ, ຍິງ 04 ສະຫາຍ ແລະ ເລືອກໄດ້ 05 ສະຫາຍ, ຍິງ 03 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກຄົບຄະນະ ຂອງ ຄະນະຊາວໜຸ່ມ ຮາກຖານ ດທລ ໄດ້ເລືອກຕັ້ງເອົາ ເລຂາ, ຮອງເລຂາ, ປະທານກວດກາ ແລະ ຄະນະ ດັ່ງນີ້: ສະຫາຍ ນາງ ສຸລິດາ ພະວິໄຊ ເປັນເລຂາ, ສະຫາຍ ເພັດ ເທບວົງສາ ເປັນຮອງເລຂາ, ສະຫາຍ ສົມພະມິດ ອິນທະລາດ ປະທານກວດກາ, ສະຫາຍ ນາງ ແກ້ວວິໄລ ຫລວງໄຊ ແລະ ສະຫາຍ ນາງ ພັດທະນາ ພິມປັນຍາ ເປັນຄະນະ.
ພ້ອມດຽວກັນນີ້, ໄດ້ມີພິທີປະກາດ 4 ບຸກ, ມອບໃບຢັ້ງຢືນ 4 ບຸກ ປະຈໍາປີ 2020 ແລະ ທຸງໄຊ 4 ບຸກ ໃຫ້ກັບຮາກຖານຊາວໜຸ່ມ ດທລ. ແລະ ກໍ່ໄດ້ມີການມອບໃບຍ້ອງຍໍໃຫ້ແກ່ຮາກຖານ ຊາວໜຸ່ມ ດທລ ທີ່ໄດ້ປະກອບສ່ວນຊຸກຍູ້ການເຄື່ອນໄຫວວຽກງານຕ່າງໆຂອງ ຄຊປປລ ກຕສ.
ໃນໂອກາດນີ້, ສະຫາຍ ພວງປະເສີດ ແກ້ວສຸວັນ ໃຫ້ມີຄໍາເຫັນ ແລະ ໂອ້ລົມ ຕໍ່ກອງປະຊຸມ ຊຶ່ງສະຫາຍໄດ້ເຫັນດີເປັນເອກະພາບຕໍ່ການຕີລາຄາສະພາບການເຄື່ອນໄຫວຂອງຮາກຖານ ຊາວໜຸ່ມ ດທລ ໃນໄລຍະຜ່ານມາ ເເລະ ເຫັນດີ ເປັນເອກະພາບ ຕໍ່ບົດສໍາຫຼວດການນໍາພາລວມຂອງຄະນະຮາກຖານຊາວໜຸ່ມ ຊຸດເກົ່າ ແລະ ຊົມເຊີຍ ຕໍ່ຜົນສໍາເລັດທີ່ຄະນະຮາກຖານ ທີ່ຍາດມາໄດ້ໃນໄລຍະຜ່ານມາ ຊຶ່ງເປັນຜົນງານອັນໃຫຍ່ຫຼວງ ແລະ ເປັນພື້ນຖານອັນສໍາຄັນໃຫ້ແກ່ການສືບຕໍ່ຜັນຂະຫຍາຍເຂົ້າໃນຂົງເຂດວຽກງານຊາວໜຸ່ມບໍລິສັດ ດາວທຽມລາວ ເອເຊຍ-ປາຊິຟິກ ຈຳກັດ. ພ້ອມນັ້ນ, ສະຫາຍຍັງໄດ້ສະແດງຄວາມເປັນຫ່ວງເປັນໄຍຕໍ່ ດ້ານອ່ອນ ແລະ ບາງຂໍ້ຄົງຄ້າງ ທີ່ ຮາກຖານຊາວໜຸ່ມລັດວິສາຫະກິດດາວທຽມລາວ ຈະຕ້ອງໄດ້ສືບຕໍ່ບຸກບືນສູ້ຊົນປັບປຸງ ແລະ ແກ້ໄຂຢ່າງຕັ້ງໜ້າ ຄຽງຄູ່ກັບການສືບຕໍ່ ຊີ້ນໍາ-ນໍາພາ ສະມາຊິກຊາວໜຸ່ມພາຍໃນຮາກຖານ ຈັດຕັ້ງປະຕິບັດວຽກງານທີ່ຖືກມອບໝາຍໃຫ້ຢ່າງຕັ້ງໜ້າ, ປະຕິບັດຕາມແນວທາງຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ ຢ່າງເປັນຂະບວນຟົດຟື້ນ ມີຜົນສໍາເລັດເປັນກ້າວໆ ໃຫ້ສ້າງໄດ້ຜົນງານ ແລະ ມີຜົນສໍາເລັດຍິ່ງໃຫຍ່ກວ່າເກົ່າ.