news & activities

ບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈໍາກັດ ມອບອຸປະກອນ ແລະ ສັນຍານດາວທຽມລາວ ໃຫ້ພະແນກ ຖວທ ແຂວງຈໍາປາສັກ.

ໃນວັນທີ 6 ພຶດສະພາ 2022 ຢູ່ທີ່ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວແຂວງຈໍາປາສັກໂດຍການເຂົ້າຮ່ວມຂອງທ່ານ ບັນດິດ ສຈ ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ປອ. ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ, ເຈົ້າແຂວງຈຳປາສັກ, ທ່ານ ນາງ ແສງສຸວັນ ຊຸຍພະສິດ, ກໍາມະການພັກແຂວງ, ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງຈໍາປາສັກ, ທ່ານ ອູ ຟາງເຈຍ ຜູ້ອໍານວຍການໃຫຍ່ ບໍລິສັດດາວທຽມລາວເອເຊຍປາຊີຟິກຈໍາກັດ, ພ້ອມດ້ວຍບັນດາທ່ານຫົວໜ້າກົມ, ຫ້ອງການ, ສູນ ຈາກ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ບັນດາທ່ານຫົວໜ້າພະແນກ ແລະ ຮອງພະແນກການພາຍໃນແຂວງຈຳປາສັກ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝາ່ຍ.
ທ່ານ ສີສັນ ປອງນະທີ ຮອງຜູ້ອໍານວຍການໃຫຍ່ບໍລິສັດດາວທຽມລາວເອເຊຍ-ປາຊີຟິກ ຈໍາກັດ ໄດ້ຂຶ້ນລາຍງານຕໍ່ກັບພິທີມອບ-ຮັບ ອຸປະກອນ ແລະ ສັນຍານດາວທຽມລາວ ໃຫ້ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວແຂວງຈໍາປາສັກ ຄືດັ່ງນີ້:
ໂດຍອີງຕາມໜັງສືແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເລກທີ 693/ຫສນຍ, ລົງວັນທີ 26 ມິຖຸນາ 2020 ວ່າດ້ວຍການນໍາໃຊ້ສັນຍານດາວທຽມລາວແຊັດ 1 ເຂົ້າໃນຂະ ແໜງການຂອງພາກລັດ ດັ່ງນັ້ນ, ທາງບໍລິສັດຈິ່ງໄດ້ດໍາເນີນການຄົ້ນຄ້ວາດ້ານທ່າແຮງທີ່ມີຂອງບໍລິສັດເພື່ອເລັ່ງດໍາເນີນການຮ່ວມມື ແລະ ຊ່ວຍເຫຼືອອົງການຈັດຕັ້ງຂອງພາກລັດ ເປັນຕົ້ນແມ່ນບັນດາຊ່ອງໂທລະພາບ, ວິທະຍຸ ແລະ ລະບົບການສື່ສານຜ່ານດາວທຽມອື່ນໆ ຊຶ່ງມາເຖິງປັດຈຸບັນ ທາງບໍລິສັດໄດ້ສໍາເລັດການຮ່ວມມືກັບບັນດາຊ່ອງໂທລະພາບຢູ່ພາຍໃນປະເທດເພື່ອສົ່ງສັນຍານຜ່ານລະບົບດາວທຽມລາວໄດ້ 10 ສະຖານີຄື: ໂທລະພາບແຫ່ງຊາດ ຊ່ອງ 1 ແລະ ຊ່ອງ 3, ໂທລະພາບກອງທັບ, ໂທລະພາບ ປກສ, ໂທລະພາບນະຄອນຫຼວງວຽງຈັນ, ໂທລະພາບສຶກສາ ແລະ ກິລາ, ໂທລະພາບ Lao Star ແລະ ໂທລະພາບ ທີວີລາວ ຊຶ່ງນອກຈາກນັ້ນຍັງມີໂທລະພາບແຂວງຫຼວງພະບາງ ແລະ ຈໍາປາສັກ ທີ່ທາງບໍລິສັດໄດ້ດໍາເນີນການທົດລອງອອກອາກາດຜ່ານລະບົບດາວທຽມລາວໃນປັດຈຸບັນ, ປະຈບັນທາງບໍລິສັດກໍ່ໄດ້ມີແຜນສືບຕໍ່ຮ່ວມມືກັບສະຖານີໂທລະພາບແຂວງອຸດົມໄຊ ແລະ ໂທລະພາບແຂວງສະຫວັນນະເຂດ ລວມທັງ ສະຖານີໂທລະພາບ MV Lao ຊຶ່ງຕາມແຜນແມ່ນຈະເຊັນສັນຍາຮ່ວມມືໃນທ້າຍໄຕມາດ 2 ຂອງປີ 2022 ນີ້.
ສຳລັບສະຖານີໂທລະພາບ ແລະ ວິທະຍຸ ແຂວງຈໍາປາສັກ ແມ່ນເປັນອີກໜຶ່ງສະຖານີໂທລະພາບ ແລະ ວິທະຍຸທີ່ມີຄວາມສໍາຄັນຊຶ່ງໄດ້ເຮັດໜ້າທີ ແລະ ພາລະບົດບາດຂອງຕົນໃນການນໍາສະເໜີຂ່າວ ແລະ ເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດ,ການເຄື່ອນໄຫວນໍາພາ-ຊີ້ນໍາ ຂອງຄະນະບໍລິຫານງານພັກແຂວງໃນທຸກຂົງເຂດວຽກງານ, ໃນໄລຍະຜ່ານມາການກະຈາຍຂໍ້ມູນຂ່າວສານດັ່ງກ່າວຍັງມີຂໍ້ຈໍາກັດ ຊຶ່ງສາມາດອອກອາກາດໄດ້ພຽງແຕ່ຢູ່ພາຍໃນຂອບເຂດຂອງແຂວງ ແລະ ນໍາສົ່ງຂ່າວຕໍ່ໃຫ້ໂທລະພາບແຫ່ງຊາດ ຊ່ວຍອອກຂ່າວປະຈໍາວັນ ຊຶ່ງທາງບໍລິສັດໄດ້ເລັ່ງເຫັນເຖິງບັນຫາ ແລະ ຄວາມຈໍາເປັນດັ່ງກ່າວ ຈິ່ງໄດ້ດໍາເນີນການປຶກສາຫາລືຮ່ວມກັບ ກົມສື່ມວນຊົນ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ພະແນກ ຖວທ ແຂວງຈໍາປາສັກ ຈຶ່ງໄດ້ຕົກລົງມອບໃຫ້ບໍລິສັດດາວທຽມລາວ ດໍາເນີນການຮ່ວມມືກັບສະຖານີໂທລະພາບ ແລະ ວິທະຍຸແຂວງຈໍາປາສັກ ເພື່ອຕິດຕັ້ງອຸປະກອນ ແລະ ທົດລອງສົ່ງສັນຍານໂທລະພາບຂອງແຂວງຜ່ານລະບົບດາວທຽມລາວ ຊຶ່ງການຕິດຕັ້ງ ແລະ ທົດລອງແມ່ນໄດ້ສໍາເລັດໃນວັນທີ 4 ເມສາ 2022 ທີ່ຜ່ານມາ. ສຳລັບການສົ່ງສັນຍານຂອງວິທະຍຸ ແມ່ນຈະສືບຕໍ່ດໍາເນີນການທາງເຕັກນິກເພີ່ມເຕີມບາງດ້ານ.
ສຳລັບອຸປະກອນທີ່ມອບໃຫ້ ພະແນກ ຖວທ ແຂວງໃນມື້ນີ້ປະກອບມີ: ຈານສົ່ງສັນຍານຂະໜາດ 2,4 ແມັດ, LNB, BUC,DSNG ລວມ 1 ຊຸດ ແລະ ສັນຍານດາວທຽມ 3,5 MHz ລວມມູນຄ່າ: 110,000 ໂດລາສະຫາລັດ ຊຶ່ງການມອບ-ຮັບໃນຄັ້ງນີ້ແມ່ນເພື່ອໃຫ້ທາງ ພະແນກ ຖວທ ແຂວງຈໍາປາສັກ ກໍ່ຄື ສະຖານີໂທລະພາບ ແລະ ວິທະຍຸ ແຂວງ ໄດ້ນໍາໃຊ້ທົດລອງອອກອາກາດໄປຕື່ມໄລຍະໜຶ່ງ ຊຶ່ງທາງບໍລິສັດຈະຊ່ວຍຝຶກອົບຮົມດ້ານເຕັກນິກໃຫ້ພະນັກງານວິຊາການ ແລະ ໃຫ້ຄໍາປຶກສາໃນໄລຍະເວລາຂອງການທົດລອງ, ຫຼັງຈາກນັ້ນທັງສອງຝ່າຍຈິ່ງປະເມີນຜົນແລ້ວລາຍງານໃຫ້ ກະຊວງຖະແຫຼງຂ່າວ ວັດ ທະນະທໍາ ແລະ ທ່ອງທ່ຽວ ແລະ ຄະນະນໍາຂອງແຂວງຈໍາປະສັກ ເພື່ອຊາບ.