news & activities

ເນື່ອງໃນໂອກາດສົ່ງທາຍປີເກົ່າຕ້ອນຮັບປີໃໝ່ ພສ 2565 ທາງ ບໍລິສັດດາວທຽມລາວ ເອເຊຍ-ປາຊີຟິກ ຈຳກັດ

ເນື່ອງໃນໂອກາດສົ່ງທາຍປີເກົ່າຕ້ອນຮັບປີໃໝ່ ພສ 2565 ທາງ ບໍລິສັດດາວທຽມລາວ ເອເຊຍ-ປາຊີຟິກ ຈຳກັດ ໄດ້ເຂົ້າອວຍພອນ ພ້ອມທັງໄດ້ລາຍງານສະພາບລວມໂດຍຫຍໍ້ໃນການດໍາເນີນທູລະກິດ ແລະ ການປະກອບສ່ວນຂອງຕົນໃຫ້ແກ່ພັກ-ລັດ ແລະ ສັງຄົມ ຕໍ່ການນຳຂອງບັນດາກະຊວງ, ບັນດາກົມ ແລະ ບໍລິດສັດທີ່ກ່ຽວຂ້ອງ ເປັນຕົ້ນກະຊວງເຕັກໂນໂລຊີ ແລະ ການສື່ສານ, ໂທລະພາບກອງທັບປະຊາຊົນລາວ, ໂທລະພາບເເຫ່ງຊາດລາວ ທຊລ 1, ກອງຄຸ້ມຄອງຈາລະຈອນທາງອາກາດ, ກົມສື່ມວນຊົນ ປກສ, ໂທລະພາບ ລາວສະຕາຣ໌, ການເງິນກອງທັບ, ກະຊວງຖະແຫລງຂ່າວ, ທ່ອງທ່ຽວ ແລະ ວັດທະນະທຳ, ກະຊວງອຸດສາຫະກຳ ແລະ ການຄ້າ, ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ, ກະຊວງການເງິນ, ລັດວິສາຫະກິດໄຟຟ້າລາວ, ບໍລິສັດ ກຣິດຕະພົງ ຈຳກັດ, ບໍລິສັດກໍ່ສ້າງທາງລົດໄຟຈີນຈຳກັດ, , ທະນາຄານລາວຈີນ. ເຊິ່ງການເຂົ້າອວຍພອນປີໃໜ່ລາວໃນຄັ້ງນີ້ນຳໂດຍ ທ່ານ ອູ ຟາງເຈຍ ຜູ້ອຳນວຍການໃຫຍ່ ບໍລິສັດດາວທຽມລາວເອເຊຍ-ປາຊີຟິກ ຈໍາກັດ, ທ່ານ ສີສັນ ປອງນາທີ ຮອງຜູ້ອຳນວຍການໃຫຍ່ບໍລິສັດ ແລະ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງ.