news & activities

ການໃຫ້ສຳພາດເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ

ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ (22 ມີນາ 1955–22 ມີນາ 2022) ທີ່ກຳລັງຈະໝູນວຽນມາເຖິງໃນມໍ່ໆນີ້, ທ່ານ ສີສັນ ປອງນາທີ ເລຂາຫນ່ວຍພັກ, ຮອງຜູ້ອຳນວຍການໃຫຍ່ ບໍລິສັດດາວທຽມລາວ ເອເຊຍ-ປາຊີຟິກ ຈຳກັດ ໄດ້ໃຫ້ສຳພາດຕໍ່ ນັກຂ່າວໜັງສືພິມສຳນັກຂ່າວສານປະເທດລາວ, ໂທລະພາບແຫ່ງຊາດ, ໂທລະພາບ ປກສ, ຫນັງສືພິມວຽງຈັນໃຫມ່ ແລະ ຫນັງສືພິມວຽງຈັນທາມ ວ່າ: ຕະຫຼອດໄລຍະ 67 ປີທີ່ຜ່ານມາ ພັກປະຊາຊົນ ປະຕິວັດລາວ ແມ່ນໄດ້ສືບທອດພາລະກິດປະຕິວັດຂອງພັກກອມມູນິດອິນດູຈີນ, ຊຶ່ງແມ່ນປະທານ ໄກສອນ ພົມວິຫານ ເປັນຫຼັກແຫຼ່ງແກນສານນຳພາກໍ່ຕັ້ງ, ທະນຸບຳລຸງ, ຝຶກຝົນຫຼໍ່ຫຼອມ, ກໍ່ສ້າງ ແລະ ປັບປຸງໃຫ້ໜັກແໜ້ນ, ເຂັ້ມແຂງຢ່າງບໍ່ຢຸດຢັ້ງ. ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ ພັກປະຊາຊົນປະຕິວັດລາວ ໄດ້ສືບຕໍ່ນໍາພາປະຊາຊົນລາວບັນດາເຜົ່າປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພື່ອຄວາມສົມບູນພູນສຸກຂອງປະຊາຊົນລາວບັນດາເຜົ່າ ແລະ ເພື່ອອຸດົມການສັງຄົມນິຍົມ, ຜົນງານອັນໃຫຍ່ຫຼວງ ແລະ ພົ້ນເດັ່ນໃນໄລຍະໃໝ່ນີ້ ພັກເຮົາໄດ້ມີການຫັນປ່ຽນໃໝ່ໃນການນໍາພາຂອງຕົນໃຫ້ສອດຄ່ອງກັບສະພາບຄວາມຈິງຂອງປະເທດຊາດ ແລະ ສາກົນດ້ວຍການວາງແນວທາງປ່ຽນແປງໃໝ່ຢ່າງຮອບດ້ານທີ່ມີຫຼັກການຂອງພັກ ຊຶ່ງສາມາດປົກປັກຮັກສາຄວາມເປັນເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໄວ້ໄດ້ຢ່າງໝັ້ນຄົງ; ເສດຖະກິດ-ສັງຄົມ ໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງຕາມທິດຫັນເປັນອຸດສະຫະກໍາ, ຫັນເປັນທັນສະໄໝ; ສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າ ໄດ້ຮັບການເສີມຂະຫຍາຍ ແລະ ເປີດກວ້າງອອກໃນສັງຄົມ, ຄວາມສາມັກຄີເປັນເອກະພາບພາຍໃນພັກ ແລະ ຄວາມເປັນປຶກແຜ່ນທົ່ວປວງຊົນລາວທັງຊາດນັບມື້ໄດ້ຮັບການປັບປຸງດີຂຶ້ນ, ທີ່ຕັ້ງ, ບົດບາອິດທິດພົນຂອງປະເທດຊາດໄດ້ຮັບການເຊີດຊູສູງຂຶ້ນໃນເວທີພາກພື້ນ ແລະ ສາກົນບົນພື້ນຖານກຳໜ້ທີ່ຕັ້ງ, ພາລະບົດບາດ, ໜ້າທີ່ຂອງຕົນ.
ສຳລັບໜ່ວຍພັກບໍລິສັດດາວທຽມລາວເອເຊຍ-ປາຊີຟິກ ຈຳກັດ ພາຍໃຕ້ການນຳພາ-ຊີ້ນຳຮອບດ້ານຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໜ່ວຍພັກພວກເຮົາໄດ້ຮັກສາ ແລະ ເສີມຂະຫຍາຍບົດບາດການເປັນເສນາທິການໃຫ້ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ຄະນະພັກກະຊວງ ໃນການຕອບສະໜອງ ແລະ ຮັບປະກັນທາງດ້ານການສື່ສານໂທລະຄົມຜ່ານລະບົບດາວທຽມ ໃຫ້ກັບອົງການຈັດຕັ້ງພາກລັດ ແລະ ເອກະຊົນ ໂດຍສະເພາະແມ່ນໄດ້ຕອບສະໜອງການສື່ສານຜ່ານລະບົບດາວທຽມເຂົ້າໃນວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ເຫດການໄພພິບັດທີ່ເກີດຂື້ນໃນຂອບເຂດທົ່ວປະເທດ ແລະ ອີກໜຶ່ງໜ້າທີຍຸດທະສາດແມ່ນຮັບປະກັນການການສົ່ງສັນຍານໂທລະພາບ ແລະ ວິທະຍຸ ຂອງບັນດາສະຖານີໂທລະພາບ ແລະ ວິທະຍຸກະຈາຍສຽງຂອງສູນກາງ ແລະ ທ້ອງຖິ່ນ. ນອກຈາກການປະຕິບັດໜ້າທີຍຸດທະສາດທີ່ໄດ້ກ່າວມາຂ້າງເທິງນັ້ນແລ້ວ ທາງຄະນະພັກພວກເຮົາຍັງໄດ້ເອົາໃຈໃສ່ການສ້າງພັກທາງດ້ານການເມືອງ-ແນວຄິດ ເປັນວຽກງານຢູ່ແຖວໜ້າເພື່ອໃຫ້ຖັນແຖວສະມາຊິກພັກໄດ້ຮັບການສຶກສາຮໍ່າຮຽນອຸດົມການຂອງພັກ, ທັດສະນະຫຼັກໝັ້ນຊົນຊັ້ນ, ທິດສະດີ ມາກ-ເລນິນ, ແນວຄິດໄກສອນ ພົມວິຫານ, ແນວທາງການເມືອງຂອງພັກ, ທາດແທ້ມູນເຊື້ອຂອງຊາດ ແລະ ຂອງພັກ. ພ້ອມດຽວກັນນີ້, ກໍໄດ້ເອົາໃຈໃສ່ຊີ້ນຳຄົ້ນຄວ້າຮໍ່າຮຽນເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ, ບັນດາມະຕິຂອງພັກໃຫ້ຖັນແຖວສະມາຊິກພັກຢ່າງທົ່ວເຖິງດ້ວຍຫຼາຍຮູບການ-ຫຼາຍວິທີການ, ສຸມໃສ່ຊຸກຍູ້ຂະບວນການກໍ່ສ້າງໜ່ວຍ ພັກປອດໃສ, ເຂັ້ມແຂງ ໜັກແໜ້ນ, ໂຄສະນາ-ອົບຮົມເພື່ອອົບຮົມເປົ້າ ໝາຍມະຫາຊົນຜູ້ກ້າວໜ້າຂະຫຍາຍເຂົ້າພັກ, ເຮັດໃຫ້ການຂະຫຍາຍພັກມີຄຸນນະພາບດີຂຶ້ນ, ເຮັດໃຫ້ວຽກງານປ້ອງກັນພັກ-ພະນັກງານ ກາຍເປັນສະຕິຄວາມຮັບຜິດຊອບຂອງທຸກພາກສ່ວນຂອງບໍລິສັດ,
ເນື່ອງໃນໂອກາດ ວັນສ້າງ ຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ ໃນປີນີ້, ຂ້າພະເຈົ້າຂໍຕາງໜ້າຄະນະພັກ-ຄະນະອຳນວຍການ ແລະ ພະນັກງານ, ສະມາຊິກພັກ ພາຍໃນບໍລິສັດ; ຂໍຈົດຈຳ ແລະ ຮູ້ບຸນຄຸນຢ່າງສູງຕໍ່ ພັກປະຊາຊົນ ປະຕິວັດລາວ ແລະ ຂໍອວຍພອນໄຊອັນປະເສີດມາຍັງ ການນໍາພັກ-ລັດ ຈົ່ງມີສຸຂະພາບທີ່ເຂັ້ມແຂງ, ມີຜົນສຳເລັດໃນໜ້າທີ່ວຽກງານ; ສືບຕໍ່ເປັນຫຼັກແຫຼ່ງແກ່ນສານໃນການນຳພາ-ຊີ້ນຳ ການພັດທະນາປະເທດຊາດໃຫ້ກ້າວຂື້ນສູ່ຈຸດໝາຍສັງຄົມນິຍົມ, ພິເສດເນື່ອງໃນໂອກາດບັ້ນກະກຽມກອງປະຊຸມໃຫຍ່ຄັ້ງທີ 2 ຂອງຜູ້ແທນພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ທີ່ກຳລັງຈະໄຂຂື້ນໃນລະຫວ່າງວັນທີ 28-29 ມີນາ 2022 ນີ້ ໃນນາມໜ່ວຍພັກບໍລິສັດ ຂໍອວຍພອນໄຊໃຫ້ກອງປະຊຸມຈົ່ງດຳເນີນໄປດ້ວຍຜົນສຳເລັດອັນຈົບງາມ ແລະ ຂໍໃຫ້ກອງປະຊຸມຄັດເລືອກໄດ້ຜູ້ທີ່ມີຄວາມຮູ້, ຄວາມສາມາດຮອບດ້ານ ເພື່ອເປັນຫຼັກແຫຼ່ງແກ່ນສານນຳພາວຽກງານຂະແໜງການເຕັກໂນໂລຊີ ແລະ ການສື່ສານ ໃຫ້ ເຕີບໃຫຍ່, ເຂັ້ມແຂງ ແລະ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.