news & activities

ພິທີມອບຫຼຽນໄຊພິລະອາດຫານ ຊັ້ນ II ໃຫ້ກົມກອງລວມໝູ່, ບຸກຄົນກະຊວງການເງິນແລະບໍລິສັດດາວທຽມລາວເອເຊຍ-ປາຊີຟິກ

ພິທີມອບຫຼຽນໄຊພິລະອາດຫານ ຊັ້ນ II ໃຫ້ກົມກອງລວມໝູ່, ບຸກຄົນກະຊວງການເງິນ ແລະ ບໍລິສັດດາວທຽມລາວເອເຊຍ-ປາຊີຟິກຈຳກັດ
ໃນ ວັນທີ 5 ມັງກອນ 2022 ນີ້ ທີ່ສະຖານີໂທລະພາບກອງທັບປະຊາຊົນລາວ ໄດ້ຈັດຕັ້ງ “ພິທີມອບຫລຽນໄຊພິລະອາດຫານ ຊັ້ນ II ໂດຍ ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະ ບັນຊາກົມ, ຫ້ອງການ, ຕາງໜ້າ ກະຊວງການເງິນ, ກະຊວງເຕັກ ໂນໂລຊີ ແລະ ການສື່ສານ, ບໍລິສັດດາວທຽມ ລາວເອເຊຍ-ປາຊີຟິກຈຳກັດ ເຂົ້າຮ່ວມ. ສະຫາຍ ພັນໂທ ບຸນເພັງ ພາ ມຸງຄຸນ ຫົວໜ້າພະແນກຍ້ອງຍໍ ກົມນະໂຍບາຍກົມໃຫຍ່ການ ເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການມອບຫຼຽນໄຊພິລະ ອາດຫານ ຊັ້ນ II ໂດຍອີງຕາມດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຂ່ງຂັນ ແລະ ຍ້ອງຍໍ, ຜົນງານທີ່ໄດ້ປະກອບສວນ ສໍາຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດ, ໂດຍສະເພາະແມ່ນຂົງ ເຂດວຽກງານຮັບກັນການຄົມມະນາຄົມ ແລະ ການສື່ສານ, ຮັບປະກັນງົບປະມານ ແລະ ວຽກ ງານອື່ນໆທີ່ປິ່ນອ້ອມໜ້າທີ່ການ ເມືອງໃນກອງທັບ. ຈາກນັ້ນ ສະ ຫາຍ ພົນຈັດຕະວາ ພູມີ ດາລາເພັດ ກໍໄດ້ໃຫ້ກຽດປະດັບຫຼຽນ ໄຊພິລະອາດຫານ ຊັ້ນ II ໃຫ້ກົມ ກອງລວມໝູ່ 2 ກົມກອງຄື: ກະຊວງການເງິນ, ບໍລິສັດດາວ ທຽມລາວເອເຊຍ-ປາຊີຟິກ ຈຳ ກັດ ແລະ ມອບໃຫ້ບຸກຄົນຄື: ທ່ານ ຕິງຢົງບິງ ຜູ້ອໍານວຍການ ບໍລິສັດດາວທຽມລາວເອເຊຍ-ປາຊີຟິກ ຈຳກັດ ເພື່ອຍ້ອງຍໍສັນ ລະເສີນຜົນງານ, ຄຸນງາມຄວາມ ດີທີ່ໄດ້ໃຫ້ການຊ່ວຍເຫຼືອເຄື່ອງສົ່ງສັນຍານດາວທຽມເຄື່ອນທີ່ ໃຫ້ສະຖານນີໂທລະພາບກອງທັບ ປະຊາຊົນລາວ ເພື່ອນໍາໃຊ້ເຂົ້າໃນ ການເຄື່ອນໄຫວປະຕິບັດໜ້າທີ່ ການເມືອງໃນການໂຄສະນາ ແນວທາງຂອງພັກ, ຂອງລັດ, ຂອງກອງທັບ ໃນສະເພາະໜ້າ ແລະ ຍາວນານ ເປັນການປະກອບ ສ່ວນອັນສໍາຄັນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ນັບມືຈະເລີນກ້າວໜ້າຍິງໆ ຂຶ້ນ.