news & activities

ພິທີໂຮມຊຸມນຸມ ສະເຫຼີມສະຫຼອງວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 19 ປີ ( 09/12/2003 - 19/12/2022 )

ໃນຕອນເຊົ້າ ວັນທີ 17 ກຸມພາ 2023 ໄດ້ມີພິທີໂຮມຊຸມນຸມ ສະເຫຼີມສະຫຼອງວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 19 ປີ ( 09/12/2003 - 19/12/2022 ) ທີ່ສະຖານີດາວທຽມພາກພື້ນດິນ ຫຼັກ14 , ໂດຍການໃຫ້ກຽດເປັນປະທານກອງປະຊຸມຮ່ວມຂອງ ທ່ານ ເທບພະໄທ ພັນກ້າ ຮອງຫົວໜ້າກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ, ທ່ານ ຄຳໄມ ແພງວົງສາ ຮອງຫົວໜ້າກົມ ກວດກາ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ສີສັນ ປອງນະທີ , ເລຂາໜ່ວຍພັກ , ຮອງຜູ້ອຳນວຍການໃຫຍ່ ບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈຳກັດ, ເພື່ອເປັນການສ້າງຄວາມເຂົ້າໃຈໃຫ້ແກ່ພະນັກງານ ບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈຳກັດ ກ່ຽວກັບຄວາມເປັນມາຂອງວັນຕ້ານການສໍ້ລາດບັງຫຼວງສາກົນ; ໃນພິທີ ທ່ານ ເທບພະໄທ ພັນກ້າ ໄດ້ເຜີຍແຜ່ ແລະ ຍົກໃຫ້ເຫັນຜົນຮ້າຍ ແລະ ຄວາມເປັນອັນຕະລາຍຂອງການສໍ້ລາດບັງຫຼວງ ໃຫ້ແກ່ພະນັກງານຂອງ ບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈຳກັດ ໄດ້ຮັບຮູ້ເຂົ້າໃຈຢ່າງເລິກ ເຊິ່ງ; ການສໍ້ລາດບັງຫຼວງແມ່ນອາຊະຍາກໍາໜຶ່ງທີ່ເກີດຂຶ້ນໃນກົງຈັກການຈັດຕັ້ງທັງພາກລັດ ແລະ ເອກະຊົນ, ເປັນໄພອັນຕະລາຍອັນໃຫຍ່ຫຼວງທີ່ສົ່ງຜົນກະທົບ ແລະ ກົດໜ່ວງຖ່ວງດຶງການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດໃນໂລກບໍ່ວ່າຈະເປັນປະເທດນ້ອຍ ຫຼື ໃຫຍ່, ທຸກຍາກ ຫຼື ຮັ່ງມີ ກໍ່ລ້ວນແຕ່ໄດ້ຮັບຜົນກະທົບ, ການສໍ້ລາດບັງຫຼວງແມ່ນພຶດຕິກໍາໜຶ່ງຂອງພະນັກງານ ທີ່ສວຍໃຊ້ສິດອໍານາດ, ຖານະຕໍາແໜ່ງ ແລະ ໜ້າທີ່ຂອງຕົນ ເພື່ອຍັກຍອກ, ສໍ້ໂກງ, ຮັບສິນບົນ, ໃຫ້ສິນບົນ, ປອມແປງເອກະສານ ຫຼື ນໍາໃຊ້ເອກະສານປອມ, ເປີດເຜີຍຄວາມລັບ ເພື່ອຫາຜົນປະ ໂຫຍດສ່ວນຕົວ ອັນນີ້ກໍ່ເປັນໄພອັນຕະລາຍທີ່ພາໃຫ້ບໍລິສັດເສຍຫາຍ; ສະນັ້ນເພື່ອເຮັດໃຫ້ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງບໍ່ແມ່ນວຽກສະເພາະຂອງອົງການຈັດຕັ້ງໃດໜຶ່ງ ແລະ ປະເທດໃດໜຶ່ງ ແຕ່ເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງໝົດທຸກຄົນໃນສັງຄົມທີ່ຈະຕ້ອງເປັນເຈົ້າການເຂົ້າຮ່ວມການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ຕ້ານການຟູມເຟືອຍ ແລະ ພ້ອມກັນປະຕິບັດນະໂຍບາຍປະຢັດແຫ່ງຊາດ, ຄຸ້ມຄອງ ແລະ ນໍາໃຊ້ທຸກແຫຼ່ງລາຍຮັບຂອງຊາດຢ່າງຄຸ້ມຄ່າ ແລະ ມີປະສິດທິຜົນເຂົ້າໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ມັ່ງຄັ້ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ, ມີປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ, ເອົາໃຈໃສ່ເພີ່ມທະວີການໂຄສະນາສຶກສາອົບຮົມ, ປຸກລະດົມທຸກການຈັດຕັ້ງ ແລະ ພົນລະເມືອງລາວໃຫ້ຮັບຮູ້-ເຂົ້າໃຈ ແລະ ເຫັນໄດ້ໄພອັນຕະລາຍຂອງການສໍ້ລາດບັງຫຼວງຕາມທິດນຳ 3 ບໍ່ຄື: ບໍ່ກ້າ, ບໍ່ສາມາດ ແລະ ບໍ່ຢາກສໍ້ລາດບັງຫຼວງ; ໂຄສະນາເຜີຍແຜ່ກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ, ກົດໝາຍ ແລະ ນິຕິກຳທີ່ກ່ຽວຂ້ອງໃຫ້ພະນັກງານຂອງຕົນ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງ-ທົ່ວເຖິງ ແລະ ເລິກເຊິ່ງ ທັງເປັນເຈົ້າການເຂົ້າຮ່ວມການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໃຫ້ແຂງແຮງກວ່າເກົ່າ; ນອກນີ້ໃນກອງປະຊຸມຍັງໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ຈາກທ່ານ ຄຳໄມ ແພງວົງສາ ຮອງຫົວໜ້າກົມ ກວດກາ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຫຼັງຈາກນັ້ນ ເພື່ອສ້າງຄວາມເຂົ້າໃຈໃຫ້ແກ່ພະນັກງານບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈຳກັດ ຕື່ມອີກ ທ່ານ ນາງ ອຳມາລາ ຂຸນອາສາ ຮອງຫົວໜ້າພະແນກກວດກາຕ້ານການສໍ້ລາດບັງຫຼວງ ກໍ່ໄດ້ແນະນຳບາງເນື້ອໃນທີ່ຄວນເອົາໃຈໃສ່ຂອງວຽກງານການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ເປັນຕົ້ນແມ່ນການສະກັດກັ້ນການສໍ້ລາດບັງຫຼວງ, ການຕ້ານການສໍ້ລາດບັງຫຼວງ ແລະ ການສືບສວນ-ສອບສວນການສໍ້ລາດບັງຫຼວງ, ຕອນທ້າຍຂອງພິທີ ໄດ້ມີກິດຈະກໍາຖາມ-ຕອບກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງເພື່ອທົດສອບຄວາມຮັບຮູ້ເຂົ້າໃຈກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ.