news & activities

ປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ລົງຍ້ຽມຢາມ ແລະ ເຄື່ອນໄຫວວຽກງານກຳມະບານ ຢູ່ LAOSAT

   ໃນຕອນບ່າຍ ຂອງວັນທີ 30 ມີຖຸນາ 2022,  ໜ່ວຍກໍາມະບານ ລັດວິສະຫະກິດດາວທຽມລາວເອເຊຍ-ປາຊີຟິກ ໄດ້ເປັນກຽດຕອນຮັບ ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ກຳມະການສູນກາງພັກ, ປະທານຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ ພ້ອມດ້ວຍຄະນະ ເນື່ອງໃນໂອກາດລົງຍ້ຽມຢາມ ແລະ ເຄື່ອນໄຫວວຽກງານກຳມະບານ ຢູ່ສະຖານີດາວທຽມພາກພື້ນດິນ ໂດຍໃຫ້ການຕ້ອນຮັບຂອງ ທ່ານ ສີສັນ ປອງນະທີ ເລຂາຫນ່ວຍພັກ, ຮອງຜູ້ອໍານວຍການໃຫຍ່ບໍລິສັດ ດາວທຽມລາວ. ໃນໂອກາດການລົງມາເຄື່ອນໄຫວວຽກງານຄັ້ງນີ້ ທ່ານ ສີສັນ ປອງນະທີ, ເລຂາຫນ່ວຍພັກ, ຮອງອໍານວຍການໃຫຍ່ບໍລິສັດ ດາວທຽມລາວ ໄດ້ກ່າວສະແດງຄວາມຊົມເຊີຍ ໃນການລົງມາຢຽມຢາມ ໃກ້ສິດຕິດແທດຊຶ່ງສະແດງເຖິງຄວາມເອົາໃຈໃສ່ ແລະ ເປັນຫ່ວງເປັນໃຍຂອງຄະນະສະຫະພັນກໍາມະບານສູນກາງຕໍ່ຫນ່ວຍກໍາມະບານຮາກຖານຂອງບໍລິສັດດາວທຽມລາວ ພ້ອມດຽວກັນນີ້ ທ່ານຮອງຜູ້ອໍານວຍການໃຫຍ່ກໍໄດ້ລາຍງານສະພາບການດໍາເນີນທຸລະກິດ ແລະ ການນໍາພາໜ່ວຍກໍາມະບານພາຍໃນບໍລິສັດ ໂດຍມີພາກສວ່ນທີ່ກ່ຽວຂ້ອງເຂົ້າຮວ່ມ. ໃນວາລະການພົບປະ ແລະ ຍ້ຽມຢາມ ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ໄດ້ຊົມເຊີຍຄວາມເອົາໃຈໃສ່ຢ່າງໃກ້ສິດຂອງ ສະຫາຍເລຂາຫນ່ວຍພັກ ແລະ ຄະນະອໍານວຍການບໍລີສັດໃນການຊີ້ນໍາ-ນໍາພາໂດຍມີການເຄື່ອນໄຫວທີ່ແທດເຫມາະກັບສະພາບຕົວຈິງຂອງບໍລິສັດ, ຮັກສາໄດ້ຜົນປະໂຫຍດຂອງຜູ້ອອກແຮງງານ ພ້ອມທັງໄດ້ມີຄໍາຄິດເຫັນ, ສະເໜີ ແລະ ແລກປ່ຽນໃນໂອກາດການລົງມາຢ້ຽມຢາມ ໃນຄັ້ງນີ້ອີກດ້ວຍ.