news & activities

ບັນດາອະດີດການນຳ ແລະ ພະນັກງານບຳນານ ຂອງແຂວງອຸດົມໄຊ ໄດ້ຢ້ຽມຊົມ ບໍລິສັດດາວທຽມ ເອເຊຍ-ປາຊີຟິກ

ບໍລິສັດ ສາມາດພັດທະນາ ສົ່ງສັນຍານຜ່ານ
ລະບົບກ່ອງ ແລະ ຈານ ຫລາຍກວ່າ 4 ແສນກ່ອງສັນຍານ
ຂປລ. ປັດຈຸບັນ, ບໍລິສັດ ສາມາດພັດທະນາ ສົ່ງສັນຍານ ໃຫ້ລູກຄ້າ ຮັບຊົມລາຍການໂທລະພາບ ຜ່ານລະບົບກ່ອງ ແລະ ຈານ ຂອງລາວແຊັດ ໄດ້ຫລາຍກ່ວາ 400.000 users, ໃນນັ້ນ ໄດ້ໃຫ້ບໍລິການສົ່ງສັນຍານໃຫ້ໂທລະພາບ 10 ສະຖານີ ຄື: ໂທລະພາບແຫ່ງຊາດ ຊ່ອງ 1 ແລະ ຊ່ອງ 3, ໂທລະພາບກອງທັບ, ໂທລະພາບ ປກສ, ໂທລະພາບນະຄອນຫລວງວຽງຈັນ, ໂທລະພາບສຶກສາ ແລະ ກິລາ, ໂທລະ ພາບ Lao Star, ໂທລະພາບ ທີວີລາວ, ໂທລະພາບແຂວງຈຳປາສັກ, ໂທລະພາບແຂວງຫລວງພະບາງ. ພ້ອມນີ້, ຍັງມີແຜນຈະສືບຕໍ່ຮ່ວມມືກັບໂທລະພາບ ແຂວງອຸດົມໄຊ, ໂທລະພາບແຂວງສະຫວັນນະເຂດ ແລະ ຊ່ອງໂທລະພາບ MV Lao, ຕາມແຜນການແມ່ນຈະເຊັນສັນຍາຮ່ວມມື ພາຍໃນໄຕມາດ 2 ປີ 2022 ນີ້.
ທ່ານ ຫຽມ ພົມມະຈັນ ປະທານສະພາບໍລິຫານ ບໍລິສັດດາວທຽມ ເອເຊຍ-ປາຊີຟິກ ລາຍງານໃຫ້ຮູ້ ໃນໂອກາດ ທີ່ອະດີດການນຳ ແລະ ພະນັກງານບຳນານ ຂອງແຂວງອຸດົມໄຊ, ນຳໂດຍ ທ່ານ ສຸຫວັດ ມະຫາວົງສະນັ່ນ ຫົວໜ້າຄະນະຈັດຕັ້ງແຂວງອຸດົມໄຊ ໄດ້ເດີນທາງມາຢ້ຽມຢາມ ສະຖານີດາວທຽມ ພາກພື້ນດິນ ຢູ່ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ໃນວັນທີ 3 ມິຖຸນາ 2022 ນີ້ວ່າ: ນັບແຕ່ສົ່ງດາວທຽມ ຂຶ້ນສູ່ວົງໂຄຈອນ ໃນທ້າຍປີ 2015 ເປັນຕົ້ນມາ ບໍລິສັດ ໄດ້ຕັ້ງໜ້າເອົາໃຈໃສ່ພັດທະ ນາທຸລະກິດ ເພື່ອຍາດສ່ວນແບ່ງຕະຫລາດ ການເຊົ່າຊ່ອງສັນຍານດາວທຽມຢູ່ພາຍໃນ ແລະ ຕ່າງປະເທດ, ຂະຫຍາຍຖານລູກຄ້າຮັບຊົມໂທລະພາບ ຜ່ານດາວທຽມລາວຢູ່ພາຍໃນ ແລະ ຕ່າງປະເທດ, ພັດທະນາທຸລະກິດອິນເຕີເນັດ, ທຸລະກິດສູນຝາກຂໍ້ມູນ (data center), IPTV, TVPC, ຊ່ອງໂທລະພາບ ແລະ ທຸລະກິດວິສະວະກໍາໄອຊີທີ. ພ້ອມນັ້ນ, ບໍລິສັດຍັງໄດ້ເພີ່ມທະວີການຮ່ວມມືກັບບັນດາລັດວິສາຫະກິດ ແລະ ບໍລິສັດ ທີ່ມີເງື່ອນໄຂທາງດ້ານພື້ນຖານໂຄງລ່າງ ແລະ ເງິນທຶນ ເພື່ອຮ່ວມກັນພັດທະນາ ແລະ ສ້າງມູນຄ່າຂອງທຸລະກິດດ້ວຍການແລກປ່ຽນການນຳໃຊ້ໂຄງລ່າງພື້ນຖານ ທີ່ມີຮ່ວມກັນເພື່ອໃຫ້ເກີດປະໂຫຍດສູງສຸດ ເປັນຕົ້ນ ການຮ່ວມມືກັບບໍລິສັດໄຟຟ້າລາວ, ບໍລິສັດທາງລົດໄຟ ລາວ-ຈີນ, ບໍລິສັດ ລັດວິສາຫະກິດໄປສະນີລາວ ແລະ ບໍລິສັດໂທລະຄົມ ຈຳນວນໜຶ່ງ.
ປັດຈຸບັນ ບໍລິສັດໄດ້ສືບຕໍ່ຂະຫຍາຍການບໍລິການສັນຍານດາວທຽມ ເຂົ້າໃນບັນດາຂະແໜງການຂອງພາກລັດ ແລະ ເອກະຊົນຢູ່ພາຍໃນ ແລະ ຕ່າງປະເທດຢ່າງຕັ້ງໜ້າ ເປັນຕົ້ນ ໄດ້ຕອບສະໜອງ ສັນຍານດາວທຽມໃຫ້ເຂື່ອນໄຟຟ້ານໍ້າອູ, ກອງຈະລາຈອນທາງອາກາດລາວ, ຊ່ອງໂທລະພາບຂອງປະເທດເນປານ ຈໍານວນ 8 ຊ່ອງ ແລະ ໂຄງການເຮືອສໍາລານຢູ່ ສປ ຈີນ. ພ້ອມກັນນັ້ນ, ບໍລິສັດ ຍັງໄດ້ໝູນໃຊ້ທ່າແຮງ ແລະ ເງື່ອນໄຂທີ່ມີຊ່ວຍຂັບເຄື່ອນ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ດ້ວຍການນໍາເອົາຊ່ອງວິທະຍຸກະຈາຍສຽງແຫ່ງຊາດ, ວິທະຍຸກອງທັບ ແລະ ວິທະຍຸ ປກສ ເຂົ້າໃນລະບົບກ່ອງໂທລະພາບດາວທຽມຂອງ ລາວແຊັດ ເພື່ອເພີ່ມຊ່ອງທາງການໂຄສະນາວຽກງານດັ່ງກ່າວ ຊ່ວຍຂະແໜງການສື່ມວນຊົນຂອງ ກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງຖະແຫລງຂ່າວ, ວັດຖະນະທໍາ ແລະ ທ່ອງທ່ຽວ.
ໃນການລົງມາຢ້ຽມຢາມ ໃນຄັ້ງນີ້, ບັນດາອະດີດການນຳ ແລະ ພະນັກງານບຳນານ ຂອງແຂວງອຸດົມໄຊ ໄດ້ຢ້ຽມຊົມຫ້ອງບັນຊາການ ດາວທຽມລາວ ແລະ ຫ້ອງຕິດຕາມ-ບັນຊາ ບັນດາຊ່ອງໂທລະພາບ ທີ່ທາງບໍລິສັດອອກອາກາດໃຫ້ຜູ້ຊົມໃຊ້ຜະລິດຕະພັນເຄື່ອງຮັບສັນຍານໂທລະພາບ ຜ່ານດາວທຽມລາວແຊັດ ແລະ ຢ້ຽມຊົມສູນຜະລິດລາຍການໂທລະພາບ ນຳອີກ.