news & activities

ການພົບປະຢ້ຽມຍາມລະຫວ່າງ ບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈໍາກັດ ແລະ ບໍລິສັດລັດວິສາຫະກິດໄຟຟ້າລາວ

ໃນວັນທີ່ 9 ພິດສະພາ 2022 ທ່ານ ສີສັນ ປອງນະທີ ຮອງຜູ້ອຳນວຍການໃຫຍ່ບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈໍາກັດ ພ້ອມດ້ວຍຄະນະໄດ້ຍ້ຽມຍາມ ແລະ ພົບປະກັບຄະນະອຳນວຍການ ບໍລິສັດລັດວິສາຫະກິດໄຟຟ້າລາວ ຢູ່ສຳນັກງານໃຫຍ່ຂອງລັດວິສາຫະກິດໄຟຟ້າລາວ ເຊິ່ງການພົບປະຢ້ຽມຍາມໃນຄັ້ງນີ້ທັງສອງຝ່າຍໄດ້ປຶກສາຫາລືເຖິງແນວທາງຮ່ວມມືທາງດ້ານຖຸລະກິດເປັນຕົນແມ່ນການໂຄງລ່າງພື້ນຖານດ້ານສາຍສົ່ງ(OPWG) ແລະ ການຮ່ວມມືທາງດ້ານການສ້າງຊ້ອງໂທລະພາບຂອງໄຟຟ້າລາວ ໂດຍການໃຫ້ກຽດຕ້ອນຮັບຂອງທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫຍ່ ຟຟລ ພ້ອມດ້ວຍຄະນະອຳນວຍການ ແລະ ທີມງານວິຊາການ. ຜ່ານການປຶກສາຫາລືທາງບໍລິສັດລັດວິສາຫະກິດໄຟຟ້າລາວ ໄດ້ຄວາມຍິນດີໃຫ້ການສະໜັບສະໜູນການຮ່ວມມືທາງດ້ານຖຸລະກິດຕາມທີຄະນະວິຊາການທັງສອງຝ່າຍໄດ້ຄົ້ນຄ້ວາ ແລະ ປຶກສາຫາລືຮ່ວມກັນໃນໄລຍະທີ່ຜ່ານມາ ຫຼັງຈາກນັ້ນທັງສອງຝ່າຍຈະໄດ້ກະກຽມການເຊັນສັນຍາຮ່ວມມືເປັນທາງການພ້ອມທັງລາຍງານການຮ່ວມທັງສອງຝ່າຍໃຫ້ກັບບັນດາກະຊວງທີ່ກ່ຽວຂ້ອງເພື່ອຮັບຊາບ ແລະ ໃຫ້ການສະໜັບສະໜູນໃນໄລຍະຕໍ່ໜ້າ.