news & activities

ບໍລິສັດດາວທຽມລາວເອເຊຍ ປາຊີຟິກ ມອບອຸປະກອນສັນຍານດາວທຽມ ໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ

ວັນທີ 4 ພຶດສະພາ 2021 ບໍລິສັດ ດາວທຽມລາວເອເຊຍ-ປາຊີຟິກ ຈຳກັດ (LAOSAT) ໄດ້ນຳເອົາອຸປະກອນສັນຍານດາວທຽມ ມູນຄ່າທັງໝົດ 32,500,000 ກີບ ມາມອບໃຫ້ກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເຊີ່ງໃຫ້ກຽດມອບໂດຍ ທ່ານ ສີສັນ ປອງນະທີ ຮອງອຳນວຍການບໍລິສັດ ແລະ ຕາງໜ້າກ່າວຮັບໂດຍ ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ພ້ອມດ້ວຍພະນັກງານກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ອຸປະກອນດັ່ງກ່າວທີ່ມາມອບໃນຄັ້ງນີ້ ເພື່ອນຳໄປຮັບໃຊ້ໃນວຽກງານສະກັດກັ້ນ, ຕ້ານ ແລະ ປ້ອງກັນພະຍາດໂຄວິດ-19 ເຊີ່ງປະກອບມີ: ຊຸດອຸປະກອນຮັບສັນຍານໂທລະພາບຜ່ານດາວທຽມລາວ, ອຸປະກອນ ແລະ ແພັກເກັດອິນເຕີເນັດ ລວມມູນຄ່າທັງໝົດ 32,500,000 ກີບ .

ໃນໂອກາດນີ້ ທ່ານ ສົມສະຫວາດ ພົງສາ ກໍໄດ້ສະແດງຄວາມຂອບໃຈ ມາຍັງບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈຳກັດ ຕໍ່ການປະກອບສ່ວນເຂົ້າໃນວຽກງານດັ່ງກ່າວ ເພື່ອແນໃສ່ເຮັດໃຫ້ວຽກງານສະກັດກັ້ນ, ຕ້ານ ແລະ ປ້ອງກັນພະຍາດໂຄວິດ-19 ກໍ່ຄືວຽກງານອື່ນໆ ໃຫ້ມີປະສິດທິຜົນ ສູງ.