news & activities

ບໍລິສັດ ດາວທຽມ ເອເຊຍ-ປາຊີຟິກ ຈຳກັດ ມອບເງິນ ໃຫ້ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ນຳໃຊ້ເຂົ້າໃນວຽກງານຕ້ານໂຄວິດ-19

ບໍລິສັດ ດາວທຽມ ເອເຊຍ-ປາຊີຟິກ ຈຳກັດ ມອບເງິນ ໃຫ້ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ນຳໃຊ້ເຂົ້າໃນວຽກງານຕ້ານໂຄວິດ-19 ໃນຕອນບ່າຍວັນທີ 11 ພຶດສະພາ 2021 ທີ່ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ບໍລິສັດ ດາວທຽມ ເອເຊຍ-ປາຊີຟິກ ຈຳກັດ ໄດ້ມອບເງິນສົດ ຈຳນວນ 5.000.000 ກີບ ໃຫ້ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ເພື່ອນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານ ຕ້ານການລະບາດຂອງພະຍາດໂຄວິດ-19 ພາຍໃນຂະແໜງການສື່ມວນຊົນ. ໃຫ້ກຽດຕາງໜ້າບໍລິສັດມອບໂດຍ ທ່ານ ສີສັນ ປອງນະທີ ຮອງຜູ້ອຳນວຍການໃຫຍ່ ບໍລິສັດ ດາວທຽມ ເອເຊຍ-ປາຊີຟິກ ຈຳກັດ ແລະ ກ່າວຮັບໂດຍ ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ໂດຍມີ ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.