news & activities

The Mass Media Department held a signing ceremony for Radio-TV satellite transmission LAOSAT-1.

   

On May 26th 2020, The Mass Media Department, Ministry of Information Culture and Tourism and the LAOSAT held a signing ceremony for Radio-TV satellite transmission via LAOSA_T-1 satellite for unlinking to Lao National TV channel 1 by AM and FM system. Mr. Pinpathana PHANTHAMALY, Director of Mass Media and Mr. Hiem PHOMMACHAN, Chairman of LAOSAT, and Mr. Ding Yongbing, General Manager of LAOSAT attended this ceremony as representatives.

ໃນວັນທີ 26 ພຶດສະພາ 2020 ທີ່ນະຄອນຫລວງວຽງຈັນ, ບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈຳກັດ ແລະ ກົມສື່ມວນຊົນ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດພິທີເຊັນສັນຍາການບໍລິການຮັບ-ສົ່ງສັນຍານວິທະຍຸ-ໂທລະພາບ ຜ່ານດາວທຽມລາວ ແຊັດ 1 ເພື່ອບໍລິການສົ່ງສັນຍານໂທລະພາບແຫ່ງຊາດ ຊ່ອງ ທຊລ 1 ແລະ ສັນຍານຄື້ນວິທະຍຸກະຈາຍສຽງແຫ່ງຊາດ ລະບົບ AM ແລະ FM, ຕາງໜ້າຜູ້ເຂົ້າຮ່ວມເຊັນສັນຍາໃນຄັ້ງນີ້ ໂດຍ ທ່ານ ປິ່ນປາຖະໜາ ພັນທະມາລີ ຫົວໜ້າກົມສື່ມວນຊົນ ກະຊວງ ຖວທ ແລະ ທ່ານ ຫຽມ ພົມມະຈັນ ປະທານບໍລິຫານ ບໍລິສັດດາວທຽມລາວ ເອເຊຍ-ປາຊີຟິກ, ທ່ານ ຕີ່ງ ຢອງບິງ ອຳນວຍການໃຫຍ່ ບໍລິສັດດາວທຽມລາວ ເອເຊຍ-ປາຊີຟິກ, ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໂດຍ ທ່ານ ກິແກ້ວ ໄຂຄຳພິທູນ ລັດຖະມົນຕີ ກະຊວງ ຖວທ, ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີ ກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ, ທ່ານ ສີສັນ ປອງນາທີ ຮອງອໍານວຍການໃຫ່ຍ ບໍລິສັດດາວທຽມລາວ ເອເຊຍ-ປາຊີຟິກ ແລະ ວິຊາການທີ່ກຽວຂອງທັງສອງຝ່າຍເຂົ້າຮ່ວມ.