news & activities

ກອງປະຊຸມ ລົງຊຸກຍູ້ວຽກງານກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ

ໃນວັນທີ 05 ເມສາ 2023 ຄະນະກຳມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄກມດ) ຂອງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ຕສ), ໄດ້ລົງມາເຄື່ອນໄຫວຊຸກຍູ້ວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ຢູ່ບໍລິສັດດາວທຽມລາວ, ບ້ານນາໄຮ່, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ. ຊຶ່ງນຳພາໂດຍທ່ານ ນາງ ຈັນອົບ ສີຫາລາດ ຮອງປະທານ ຄກມດ ຜູ້ປະຈຳການ, ມີຫົວໜ້າພະແນກ ຄກມດ ແລະ ພະນັກງານວິຊາການ ທີ່ກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມໃນຄັ້ງນີ້ໄດ້ຮັບກຽດເຂົ້າຮ່ວມໂດຍທ່ານ ສີສັນ ປອງນະທີ ເລຂາໜ່ວຍພັກ, ຮອງຜູ້ອຳນວຍການໃຫຍ່ບໍລິສັດດາວທຽມລາວ ທັງເປັນຄະນະກຳ
ມະທິການເພື່ອຄວາມກ້າວໜ້າແມ່ຍິງ, ແມ່ ແລະ ເດັກ ກະຊວງ ຕສ, ນອກຈາກນັ້ນຍັງມີ ກອງເລຂາ ຄກມດ ຂອງບໍລິສັດ ແລະ ຕາງໜ້າສາມອົງການຈັດຕັ້ງມະຫາຊົນ ແລະ ພະນັກງານວິຊາການທີ່ຕາງໜ້າຈາກບັນດາພະແນກການເຂົ້າຮ່ວມຢ່າງພ້ອມພຽງ. ໃນກອງປະຊຸມ ທັງສອງຝ່າຍໄດ້ປຶກສາຫາລື, ແລກປ່ຽນຄຳຄິດເຫັນຢ່າງກົງໄປກົງມາ ໂດຍສະເພາະແມ່ນໄດ້ຮັບຟັງການເຜີຍແຜ່ບັນດານິຕິກຳ, ພາລະບົດບາດ, ໜ້າທີ ແລະ ແຜນງານແຫ່ງຊາດ ຂອງ *ຄຊກມດ* ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ວຽກງານດັ່ງກ່າວໃຫ້ ກອງເລຂາ ຄກມດ ແລະ ພະນັກງານວິຊາການຢູ່ພາຍໃນບໍລິສັດດາວທຽມລາວ.