news & activities

ບໍລິສັດດາວທຽມລາວ ເອເຊຍ- ປາຊີຟິກ ຈໍາກັດ ຈັດກອງປະຊຸມສະຫຼຸບວຽກງານປະຈໍາປີ 2022 ແລະ ທີດທາງແຜນການ ປີ 2023

ໃນວັນທີ 31 ມີນາ 2023 ຢູ່ສະຖານີບັນຊາດາວທຽມພາກພື້ນດິນ ບ້ານນາໄຮ່, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ ໂດຍການເປັນ ປະທານຂອງທ່ານ ຫວູ ຟາງ ເຈຍ ຜູ້ອໍານວຍການໃຫຍ່ ບໍລິສັດດາວທຽມລາວເອເຊຍ-ປາຊີຟິກ ຈໍາກັດ ມີທ່ານ ແກ້ວວິສຸກ ໂສລະພົມ, ຄະນະປະຈຳພັກ, ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ຫຽມ ພົມມະຈັນ ປະທານສະພາບໍລິຫານບໍລິສັດ ພ້ອມດ້ວຍແຂກທີ່ຖືກເຊີນຈາກບັນດາກົມທີ່ກ່ຽວຂ້ອງຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ, ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງການເງິນ ກະຊວງແຜນການ ແລະ ການລົງທືນ, ພ້ອມດ້ວຍພະນັກງານພາຍໃນບໍລິສັດດາວທຽມລາວ ທີ່ຢູ່ສໍານັກງານໃຫຍ່ ແລະ ຫ້ອງການສາຂາ ຕ່າງແຂວງ ເຂົ້າຮ່ວມຜ່ານລະບົບ Video Conference ລວມທັງໝົດ 110ທ່ານ.
ທ່ານ ສີສັນ ປອງນະທີ ຮອງຜູ້ອໍານວຍການໃຫຍ່ບໍລິສັດດາວທຽມລາວເອເຊຍ-ປາຊີຟິກ ຈໍາກັດ ໄດ້ຂຶ້ນລາຍງານບົດສະຫຼຸບການດໍາເນີນທຸລະກິດປະຈໍາປີ 2022 ແລະ ທິດທາງແຜນການດໍາເນີນທຸລະກິດ ປະຈໍາປີ 2023 ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງການດໍາເນີນທຸລະກິດໃນປີ 2022 ຈະພົບບັນຫາການຂາດທຶນ ຍ້ອນໄດ້ຮັບຜົນກະທົບຈາກສະພາບການລວມຢູ່ພາຍໃນ ແລະ ສາກົນ ເຊັ່ນ: ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ເສດຖະກິດມະຫາພາກຂອງໂລກຕົກຕໍ່າ ແລະ ປັດໄຈທີ່ກວມລວມອື່ນໆ ເຊິ່ງໄດ້ເຮັດໃຫ້ການຂະຫຍາຍທຸລະກິດຢູ່ພາຍໃນ ແລະ ຕ່າງປະເທດຂອງບໍລິສັດພົບກັບຂໍ້ຫຍຸ້ງຍາກ ແຕ່ດ້ວຍຄວາມເອົາໃຈໃສ່ສະໜັບສະໜູນຂອງສອງລັດຖະບານລາວ-ຈີນ ແລະ ສະພາບໍລິຫານ ບໍລິສັດ ດາວທຽມລາວ ໄດ້ຜ່ານຜ່າຄວາມຫຍຸ້ງຍາກດັ່ງກ່າວ ແລະ ໄດ້ຕັ້ງໜ້າເອົາໃຈໃສ່ພັດທະນາທຸລະກິດດ້ວຍການຂຸດຄົ້ນທຸກທ່າແຮງທີ່ມີຢູ່ທັງພາຍໃນ ແລະ ຕ່າງປະເທດ ເພື່ອຍາດສ່ວນແບ່ງຕະຫຼາດການເຊົ່າຊ່ອງສັນຍານດາວທຽມຢູ່ພາຍໃນ ແລະ ຕ່າງປະເທດ ການຂະຫຍາຍຖານລູກຄ້າຮັບຊົມໂທລະພາບຜ່ານດາວທຽມລາວຢູ່ພາຍໃນ ແລະ ຕ່າງປະເທດ ການພັດທະນາທຸລະກິດອີນເຕີເນັດ, ທຸລະກິດສູນຝາກຂໍ້ມູນ (data center) IPTV TVPC ຊ່ອງໂທລະພາບ ແລະ ທຸລະກິດວິສາວະກໍາໄອຊີທີ. ພ້ອມກັນນັ້ນ ບໍລິສັດຍັງໄດ້ເພີ່ມທະວີການຮ່ວມມືກັບບັນດາລັດວິສາຫະກິດ ແລະ ບໍລິສັດທີ່ມີເງື່ອນໄຂທາງດ້ານພື້ນໂຄງລ່າງ ແລະ ເງິນທຶນ ເພື່ອຮ່ວມກັນພັດທະນາ ແລະ ສ້າງມູນຄ່າຂອງທຸລະກິດດ້ວຍການແລກປ່ຽນການນຳໃຊ້ໂຄງລ່າງພື້ນຖານ ທີ່ມີຮ່ວມກັນເພື່ອໃຫ້ເກີດປະໂຫຍດສູງສຸດເປັນຕົ້ນແມ່ນການຮ່ວມມືກັບບໍລິສັດໄຟຟ້າລາວ ບໍລິສັດທາງລົດໄຟ ລາວ-ຈີນ ບໍລິສັດລັດວິສາຫະກິດໄປສະນີລາວ ແລະ ບໍລິສັດໂທລະຄົມຈຳນວນໜຶ່ງໃນໂອກາດນີ້ ຄະນະນໍາບໍລິສັດໄດ້ຈັດພິທີມອບໃບຍ້ອງຍໍໃຫ້ພະນັກງານດີເດັ່ນ ປະຈຳປີ 2022 ຈໍານວນ 15 ທ່ານ, ຫລັງຈາກນັ້ນຄະນະນໍາກະຊວງ ພ້ອມດ້ວຍຄະນະຜູ້ແທນກໍໄດ້ເຂົ້າຮ່ວມພາເຂົ້າສາມັກຄີ ສະເຫຼີມສະຫຼອງ ເນື່ອງໃນໂອກາດວັນບຸນປີໃໝ່ລາວ ພ.ສ2566.