news & activities

ພິທີເຊັນສັນຍາການຮ່ວມມືລະຫວ່າງ ທະນາຄານອິນໂດຈີນ ຈຳກັດ ແລະ ບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈຳກັດ

ວັນທີ 22 ມີນາ 2023, ທີ່ ສຳນັກງານໃຫຍ່ ທະນາຄານອິນໂດຈີນ ຈຳກັດ ໄດ້ຈັດພິທີເຊັນສັນຍາຮ່ວມມືລະຫວ່າງ ທະນາຄານອິນໂດຈີນ ຈຳກັດ ແລະ ບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈຳກັດ, ວ່າດ້ວຍ ການຮັບຊຳລະຄ່າຮັບຊົມເຄື່ອງຮັບສັນຍານໂທລະພາບ Laosat HD ຜ່ານຊ່ອງທາງການຊຳລະຂອງທະນາຄານອິນໂດຈີນ. ຕາງໜ້າລົງນາມໃນຄັ້ງນີ້ໂດຍ ທ່ານ ວໍລະເດດ ພັນແພງດີ ຮອງຜູ້ອຳນວຍການທະນາຄານອິນໂດຈີນ ຈຳກັດ ແລະ ທ່ານ ອູ ຟາງ ເຈຍ ຜູ້ອໍານວຍການໃຫ່ຍ ບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈໍາກັດ ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານໂດຍມີ ບັນດາຫົວໜ້າພະແນກ, ຮອງພະແນກ ແລະ ພະນັກງານຄະນະສູນ ຂອງທັງສອງຝ່າຍພາຍໃນນະຄອນຫຼວງວຽງຈັນ ກໍ່ໄດ້ເຂົ້າຮ່ວມໃນພິທີດັ່ງກ່າວ. ການລົງນາມເຊັນສັນຍາໃນຄັ້ງນີ້ປະສົບຜົນສຳເລັດ ແລະ ຜ່ານພົ້ນໄປດ້ວຍຄວາມອົບອຸ່ນ, ເຊິ່ງຄະນະຜູ້ອຳນວຍການຂອງທັງສອງຝ່າຍພາຍຫຼັງລົງນາມສຳເລັດກໍໄດ້ໂອ້ລົມ ແລະ ປຶກສາຫາລືກັນຢ່າງເປັນກັນເອງ.
ດາວທຽມລາວດວງທຳອິດ (LAOSAT-1) ທີ່ໄດ້ຖືກສົ່ງຂຶ້ນສູ່ວົງໂຄຈອນ ໃນວັນທີ 11 ພະຈິກ 2015, ຫລັງຈາກນັ້ນ, ບໍລິສັດ ດາວທຽມລາວ ເອເຊຍ-ປາຊິຟິກ ຈໍາກັດ ກໍໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 25 ກຸມພາ 2016 ເພື່ອບໍລິຫານດາວທຽມ ແລະ ດຳເນີນທຸລະກິດໃນ 3 ບໍລິການໃຫຍ່ ຄື: ບໍລິການສື່ສານຜ່ານດາວທຽມ, ບໍລິການໂທລະພາບຜ່ານດາວທຽມ ແລະ ບໍລິການອິນເຕີເນັດຄວາມໄວສູງ.
ການບໍລິການໂທລະພາບຜ່ານດາວທຽມລາວ ແມ່ນກວມເອົາທຸກພື້ນທີ່ທົ່ວ ສປປ ລາວ ແລະ ບັນດາປະເທດອ້ອມຂ້າງ, ມາຮອດປັດຈຸບັນລູກຄ້າທີ່ຫັນມານຳໃຊ້ກ່ອງຮັບສັນຍານໂທລະພາບຜ່ານດາວທຽມ (Laosat HD) ເພີ່ມຫລາຍຂື້ນເລື້ອຍໆ ແລະ ໄດ້ພັດທະນາຊ່ອງທາງການຊຳລະຄ່າຮັບຊົມຂຶ້ນຫລາຍຊ່ອງທາງ ເພື່ອອຳນວຍຄວາມສະດວກໃຫ້ແກ່ລູກຄ້າຂອງທັງສອງຝ່າຍກໍຄື ດາວທຽມລາວ ແລະ ລູກຄ້າຂອງທະນາຄານອິນໂດຈີນ, ຈຶ່ງໄດ້ມີການຮ່ວມມືກັນໃນການຮັບຊຳລະຜ່ານການບໍລິການຂອງທະນາຄານອິນໂດຈີນ ກໍຄືແອັບ IB Cool ແລະ ຜ່ານປ່ອງບໍລິການຂອງທະນາຄານ.
ນະໂອກາດນີ້ຂໍສະແດງຄວາມຂອບໃຈມາຍັງລູກຄ້າທຸກທ່ານທີ່ນໍາໃຊ້ຜະລິດຕະພັນ ແລະ ບໍລິການຂອງ ດາວທຽມລາວ ແລະ ທະນາຄານອິນໂດຈີນ ຕະຫຼອດມາ. ພວກເຮົາຈະສືບຕໍ່ພັດທະນາການບໍລິການໃຫ້ມີຄວາມທັນສະໄໝ ແລະ ໃຫ້ມີຫລາກຫລາຍຊ່ອງທາງການບໍລິການຍິ່ງໆຂຶ້ນ ເພື່ອອຳນວຍຄວາມສະດວກໃຫ້ແກ່ລູກຄ້າ.