news & activities

ພິທີເຊັນສັນຍາການຮ່ວມມືລະຫວ່າງ ບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈຳກັດ ແລະ ບໍລິສັດ ລາວໂມບາຍມັນນີ ຈຳກັດ

ວັນທີ 09 ທັນວາ 2022, ຢູ່ທີ່ ສະຖານີພາກພື້ນດິນດາວທຽມລາວ ໄດ້ຈັດພິທີເຊັນສັນຍາຮ່ວມມືລະຫວ່າງ ບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈໍາກັດ ແລະ ບໍລິສັດ ລາວໂມບາຍມັນນີ ຈຳກັດຜູ້ດຽວ, ວ່າດ້ວຍ ການຮັບຊຳລະຄ່າຮັບຊົມເຄື່ອງຮັບສັນຍານໂທລະພາບ Laosat HD ຜ່ານແອບເທີງມືຖື M-Money. ຕາງໜ້າລົງນາມໃນຄັ້ງນີ້ໂດຍ ທ່ານ ອູ ຟາງ ເຈຍ ຜູ້ອໍານວຍການໃຫ່ຍ ບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈໍາກັດ ແລະ ທ່ານ ອາລຸນນະເດດ ບານຈິດ ຜູ້ອໍານວຍການໃຫຍ່ ບໍລິສັດ ລາວໂມບາຍມັນນີ ຈຳກັດຜູ້ດຽວ ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານໂດຍ ຄະນະຜູ້ບໍລິຫານ ແລະ ພະນັກງານຄະນະພະແນກ, ຄະນະສູນ ຂອງທັງສອງຝ່າຍພາຍໃນນະຄອນຫຼວງວຽງຈັນ ແລະ ສື່ມວນຊົນຈາກຫຼາຍພາກສ່ວນກໍ່ໄດ້ເຂົ້າຮ່ວມໃນພິທີດັ່ງກ່າວ.

ດາວທຽມລາວດວງທຳອິດ (LAOSAT-1) ທີ່ໄດ້ຖືກສົ່ງຂຶ້ນສູ່ວົງໂຄຈອນ ໃນວັນທີ 11 ພະຈິກ 2015, ຫລັງຈາກນັ້ນ, ບໍລິສັດ ດາວທຽມລາວ ເອເຊຍ-ປາຊິຟິກ ຈໍາກັດ ກໍໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 25 ກຸມພາ 2016 ເພື່ອບໍລິຫານດາວທຽມ ແລະ ດຳເນີນທຸລະກິດໃນ 3 ບໍລິການໃຫຍ່ ຄື: ບໍລິການສື່ສານຜ່ານດາວທຽມ, ບໍລິການໂທລະພາບຜ່ານດາວທຽມ ແລະ ບໍລິການອິນເຕີເນັດຄວາມໄວສູງ.

ສັນຍານໂທລະພາບຜ່ານດາວທຽມລາວ ແມ່ນກວມເອົາພື້ນທີ່ທົ່ວ ສປປ ລາວ ແລະ ບັນດາປະເທດອ້ອມຂ້າງ, ມາ ຮອດປັດຈຸບັນ ບໍລິສັດມີລູກຄ້າທີ່ນຳໃຊ້ກ່ອງຮັບສັນຍານໂທລະພາບແບບ Laosat HD ແລ້ວເກືອບ 4 ແສນກວ່າລາຍ ໃນຂອບເຂດທົ່ວປະເທດ ແລະ ໄດ້ພັດທະນາຊ່ອງທາງການຊຳລະຄ່າຮັບຊົມໂທລະພາບຂື້ນຫລາຍຊອ່ງທາງ ເພື່ອອຳນວຍຄວາມສະດວກໃຫ້ແກ່ລູກຄ້າ.

ສັນຍາຮ່ວມມືວ່າດ້ວຍ ການຮັບຊຳລະຄ່າຮັບຊົມເຄື່ອງຮັບສັນຍານໂທລະພາບ Laosat HD ຜ່ານແອບເທີງມືຖື M-Money ລະຫວ່າງ ບໍລິສັດດາວທຽມລາວ ເອເຊຍ-ປາຊີຟິກ ຈຳກັດ ແລະ ບໍລິສັດ ລາວໂມບາຍມັນນີ ຈຳກັດຜູ້ດຽວ ໃນຄັ້ງນີ້ ແມ່ນເພື່ອອຳນວຍຄວາມສະດວກສະບາຍໃຫ້ລູກຄ້າທີ່ນຳໃຊ້ເຄື່ອງຮັບສັນຍານໂທລະພາບ Laosat HD ຂອງບໍລິສັດດາວທຽມລາວ ໃນການຊຳລະຄ່າຮັບຊົມ ຜ່ານແອບ M-Money.