news & activities

ບໍລິສັດ ດາວທຽມລາວ ເອເຊຍ-ປາຊິຟິກ ຈຳກັດ ໄດ້ເຂົ້າຮ່ວມງານຈັດກິດຈະກໍາວັນໂທລະຄົມມະນາຄົມສາກົນ ຄົບຮອບ 157ປີ

ເພື່ອເປັນການຊົມເຊີຍ ຜົນສຳເລັດຂອງກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ທີ່ໄດ້ສຳເລັດໄປຢ່າງຈົບງາມໃນເດືອນ ເມສາ 2022 ຜ່ານມານີ້ ແລະ ການສະເຫຼີມສະຫຼອງວັນໂທລະຄົມມະນາຄົມສາກົນ ຄົບຮອບ 157 ປີ (ວັນທີ 17 ພຶດສະພາ 1865 ຫາ 17 ພຶດສະພາ 2022). ໃນຕອນເຊົ້າວັນທີ 22 ມິຖຸນາ 2022, ທີ່ ສະຖາບັນ ເຕັກໂນໂລຊີການສື່ສານ ຂໍ້ມູນຂ່າວສານ (ສຕສ), ອົງການດັດສົມໂທລະຄົມມະນາຄົມ (ອດທ), ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ສື່ສານ, ບໍລິສັດ ດາວທຽມລາວ ເອເຊຍ-ປາຊິຟິກ ຈຳກັດ ໄດ້ເຂົ້າຮ່ວມງານຈັດກິດຈະກໍາວັນໂທລະຄົມມະນາຄົມສາກົນ ຄົບຮອບ 157 ປີ ຂຶ້ນ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ.