news & activities

ບໍລິສັດ ດາວທຽມລາວ ເອເຊຍ-ປາຊິຟິກ ຈຳກັດ ເຂົ້າຮ່ວມງານ “ຜະລິດຕະພັນລາວ 2025 (Made In Lao 2025)

ບໍລິສັດ ດາວທຽມລາວ ເອເຊຍ-ປາຊິຟິກ ຈຳກັດ ເຂົ້າຮ່ວມງານ “ຜະລິດຕະພັນລາວ 2025 (Made In Lao 2025)
ໃນວັນທີ 3 ຕຸລາ 2025 ທີ່ ນະຄອນຫຼວງວຽງຈັນ, ເວລາ 14:00 ໂມງ, ບໍລິສັດ ດາວທຽມລາວ ເອເຊຍ-ປາຊິຟິກ ຈຳກັດ ໄດ້ເຂົ້າຮ່ວມງານ “ຜະລິດຕະພັນລາວ 2025 (Made In Lao 2025)” ທີ່ ສູນວາງສະແດງສິນຄ້າ ລາວ-ໄອເຕັກ ຊຶ່ງຈັດຂື້ນໂດຍ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກໍາ ແຂວງວຽງຈັນ, ງານດັ່ງກ່າວແມ່ນໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 1 – 8 ຕຸລາ 2025 ທີ່ຜ່ານມາ.
ຊຶ່ງການເຂົ້າຮ່ວມງານໃນຄັ້ງນີ້, ບໍລິສັດ ດາວທຽມລາວ ເອເຊຍ-ປາຊິຟິກ ຈໍາກັດ ໄດ້ອຸປະຖໍາເງິນ 30,000,000 ລ້ານກີບ ພ້ອມທັງລົງຈັດບູດເພື່ອວາງສະແດງສິນຄ້າພາຍໃນງານ, ພ້ອມດຽວກັນນັ້ນຍັງໄດ້ຮັບກຽດຕ້ອນຮັບ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພ້ອມດ້ວຍພັນລະຍາ, ບັນດາທ່ານການນໍາ, ຕາງໜ້າຈາກພາກລັດ, ສະຖານທູດ, ອົງການຈັດຕັ້ງສາກົນ, ພາກສ່ວນຫົວຫນ່ວຍທຸລະກິດຕ່າງໆ ເຂົ້າຢ້ຽມຊົມບູດວາງສະແດງຂອງບໍລິສັດ ດາວທຽມລາວ ເອເຊຍ-ປາຊິຟິກ ຈໍາກັດ ເຊິ່ງຕ້ອນຮັບໂດຍ ທ່ານ ສີສັນ ປອງນະທີ ກໍາມະການບໍລິຫານງານພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ; ເລຂາໜ່ວຍພັກຮາກຖານບໍລິສັດດາວທຽມລາວ; ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ດາວທຽມລາວ ເອເຊຍ-ປາຊິຟິກ ຈຳກັດ; ຮອງປະທານກໍາມະທິການສົ່ງເສີມການຮ່ວມມືທຸລະກິດລາວ-ຈີນ ປະຈໍາສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ.
 
ໃນງານນີ້ມີຜູ້ປະກອບການເຂົ້າຮ່ວມ ຫຼາຍກວ່າ 200 ຫ້ອງວາງສະແດງ ຈາກ ຫຼາກຫຼາຍທຸລະກິດ ທັງພາຍໃນ ແລະຕ່າງປະເທດ. ນອກຈາກນີ້ພາຍໃນງານຍັງມີຫຼາກຫລາຍກິດຈະກໍາເຊັ່ນ: ການວາງສະແດງສິນຄ້າ, ງານປະຊຸມສຳມະນາໃຫ້ຄວາມຮູ້ຕ່າງໆ, ງານພົບປະເເລກປ່ຽນປະສົບການທຸລະກິດ, ອາຫານລາວ, ກິດຈະກຳແຈກຂອງລາງວັນ ແລະ ກິດຈະກຳບັນເທີງອື່ນໆອີກຫຼາກຫຼາຍ.