news & activities

On the Morning of August 27th 2020, The ICT Union Foundation Group visited to LAOSAT Erath Station,

   

On the Morning of August 27th 2020, The ICT Union Foundation Group visited to LAOSAT Erath Station, KM14, Thaduea. Mr. Sisan PONGNATHY, Party Secretary, Deputy General Manager of LAOSAT welcomed the Union Congress of LAO PDR, and held a brief meeting with them for exchanging experiences and celebrating the achievements of congress of the Party Committee meeting. Mr. Sisan introduced the history, business situation of LAOSAT at the meeting.

ຕອນເຊົ້າຂອງວັນທີ 27 ສິງຫາ 2020 ຄະນະກຳມະບານຮາກຖານສູນຂໍ້ມູນຂ່າວສານ ແລະ ສູນຄົ້ນຄ້ວາແນວຄິດໄກສອນ ພົມວິຫານ (ສຂມປຫ - ສມທ) ໄດ້ມາຢ້ຽມຢາມ ແລະ ທັດສະນະສຶກສາ ຢູ່ທີ່ບໍລິສັດດາວທຽມລາວເອເຊຍ-ປາຊີຟິກ ຈໍາກັດ ຕັ້ງຢູ່ຫຼັກ 14 ຖະໜົນທ່າເດື່ອ, ບ້ານ ນາໄຮ່, ເມືອງ ຫາດຊາຍຟອງ ເພຶ່ອເປັນການຂໍ່ານັບຮັນຕ້ອນກອງປະຊຸມໃຫຍ່ຜູ້ແທນກຳມະບານລາວທັ່ວປະເທດຄັ້ງທີ VIII ແລະ ສະເຫຼີມສະຫຼອງຜົນສຳເລັດຂອງກອງປະຊຸມໃຫຍ່ ຂອງອົງຄະນະພັກ ສມປຊ ຄັ້ງທີ V ໂດຍການຕອນຮັບຂອງ ທ່ານ ສີສັນ ປອງນະທີ ເລຂາໜ່ວຍພັກ ຮອງອຳນວຍການໃຫ່ຍ ບໍລິສັດດາວທຽມລາວ ເອເຊຍ-ປາຊີຟິກ, ເຊິ່ງທ່ານໄດ້ມີການນຳສະເໜີກ່ຽວກັບປະຫວັດຄວາມເປັນມາ, ສະພາບການດຳເນີນທຸລະກິດໃນປະຈຸບັນຂອງບໍລິສັດ ແລະ ໄດ້ມີການພົບປະໂອ້ລົມ, ແລກປ່ຽນບົດຮຽນກ່ຽວກັບສະພາບການວຽກງານ, ການເຄື່ອນໄຫວຂອງໜ່ວຍກຳມະບານຮາກຖານຂອງບໍລິສັດ ແລະ ໜ່ວຍກຳມະບານຮາກຖານສູນຂໍ້ມູນຂ່າວສານ ແລະ ສູນຄົ້ນຄ້ວາແນວຄິດໄກສອນ ພົມວິຫານການເມືອງການປົກຄອງແຫ່ງຊາດ ຫຼັງຈາກນັ້ນທາງບໍລິສັດໄດ້ນຳພາຄະນະດັ່ງກ່າວຢ້ຽມຊົມການປະຕິບັດເຮັດວຽກຕົວຈິງຢູ່ ບໍລິສັດດາວທຽມລາວພາກພື້ນດິນ ເພື່ອຖອດຖອນບົດຮຽນ ແລະ ເບິ່ງການປະຕິບັດງານຕົວຈິງຂອງພະນັກງານວິຊາການເວົ້າລວມສະເພາະແລ້ວກໍ່ຄືຂອງຊະມາຊິກກຳມະບານຮາກຖານຂອງບໍລິສັດ.