news & activities

ບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈຳກັດ (LaoSAT) ໄດ້ມີປະ​ກອບ​ສ່ວນຊ່ວຍເຫຼືອຜູ້​ປະ​ສົບ​ໄພນໍ້າຖ້ວມ ຢູ່ເມືອງ ສະໜາມໄຊ ແຂວງ ອັດຕະປື

ບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈຳກັດ (LaoSAT) ໄດ້ມີປະ​ກອບ​ສ່ວນຊ່ວຍເຫຼືອຜູ້​ປະ​ສົບ​ໄພນໍ້າຖ້ວມ

ບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈຳກັດ (LaoSAT) ໄດ້ມີປະກອບສ່ວນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ຢູ່ເມືອງ ສະໜາມໄຊ ແຂວງ ອັດຕະປື ຄືດັ່ງນີ້:

1. ມອບເງິນຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມໃຫ້ແກ່ ສະມາຄົມຊ່ວຍເຫຼືອຜູ້ປະສົບໄພ ແຫ່ງປະເທດລາວ ໂດຍໄດ້ຈັດມອບຜ່ານ ກະຊວງແຮງງານ ແລະ ສະຫວັດດິການສັງຄົມ ເປັນຈຳນວນເງິນ: 25,000,000 ກີບ.

2. ປຸກລະດົມຂໍການບໍລິຈາກວັດຖຸປັດໃຈນຳ ພະນັກງານພາຍໃນ ບໍລິສັດ ໄດ້ຈຳນວນ : 15,910,000 ກີບ ພ້ອມທັງໄດ້ບໍລິຈາກເຄື່ອງອຸປະໂພກ ແລະ ບໍລິໂພກ ລວມມີເຄື່ອງ ນຸ່ງ, ອາຫານ, ນໍ້າ, ເຄື່ອງໃຊ້ປະຈຳວັນທີ່ຈຳເປັນໂດຍໄດ້ນຳໄປມອບໃຫ້ ຄະນະຮັບຜິດຊອບປະສານງານຊ່ວຍເຫຼືອຜູ້ປະສົບໄພພິບັດຢູ່ເມືອງ ສະໜາມໄຊ, ແຂວງອັດຕະປື ໂດຍກົງ.

3. ມອບ ແລະ ຕິດຕັ້ງໜ່ວຍໂທລະພາບ ແລະ ຊຸດເຄື່ອງຮັບສັນຍານໂທລະພາບດາວທຽມ ຢູ່ສູນຊ່ວຍເຫຼືອຜູ້ປະສົບໄພ ເມືອງສະໜາມໄຊ, ແຂວງອັດຕະປື ຈຳນວນ 07 ຊຸດ ເປັນຈໍານວນເງິນທັງໝົດ 14,650,000 ກີບ ຊຶ່ງເປົ້າໝາຍແມ່ນ:

  • ກະຈາຍຂ່າວການຊ່ວຍເຫຼືອຂອງພັກ-ລັດ, ຄວາມຄືບໜ້າການຊ່ອຍເຫລືອ, ການເຮັດວຽກຂອງໜ່ວຍກູ້ໄພລາວ ແລະ ຕ່າງປະເທດ.
  • ຊ່ວຍໃຫ້ຜູ້ປະສົບໄພສາມາດຮັບຮູ້ຂໍ້ມູນ-ຂ່າວສານຈາກພາຍນອກ.
  • ຫຼຸດຜ່ອນຄວາມເຄັ່ຕືງ, ຄວາມໂສກເສົ້າໃຫ້ແກ່ຜູ້ປະສົບໄພ.
  • ເພື່ອຮັບຮູ້ເຖິງຂໍ້ມູນສະຖິຕິເຄື່ອງບໍລິຈາກ ແລະ ແຜນການຟື້ນຟູຫຼັງເກີດໄພພິບັດ ແລະ ອື່ນ.......

4. ມອບອຸປະກອນເຄື່ອງຮັບສັນຍານໂທລະພາບດາວທຽມ ຈຳນວນ 05 ຊຸດໃຫ້ແກ່ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເພື່ອນຳໄປຕິດຕັ້ງເພີ່ມເຕີມໃສ່ຈຸດທີ່ຍັງມີຄວາມຕ້ອງການໃນເມືອງ ສະໜາມໄຊ, ແຂວງອັດຕະປື ລວມເປັນມູນຄ່າ 2,250,000 ກີບ.

5. ສະໜັບສະໜູນຊຸດ ເສົາ ອາກາດ C-Band ຈຳນວນ 05 ຊຸດ ໃຫ້ແກ່ ກະຊວງຖະແຫຼງຂ່າວ,ວັດທະນາທຳ ແລະ ທ່ອງທ່ຽວ ເປັນຈຳນວນເງິນ 8,000,000 ກີບ ເພື່ອນໍາໃຊ້ຮັບ-ສົ່ງ ສັນຍານໂທລະພາບ ແລະ ກະຈາຍສຽງວິທະຍຸ ຢູ່ສູນຊ່ວຍເຫຼືອຜູ້ປະສົບໄພ.

6. ໄດ້ນຳສົ່ງທີມງານເຕັກນິກຈຳນວນ 08 ທ່ານ ພ້ອມເຄື່ອງ ຮັບ-ສົ່ງ ສັນຍານດາວທຽມແບບເຄື່ອນທີ ຈຳນວນ 02 ຊຸດ , 01 ຊຸດ ແມ່ນຕິດຕັ້ງຢູ່ ສູນບັນຊາການທະຫານເຂດໄພພິບັດ ແລະ ອີກ 01 ຊຸດ ແມ່ນຕິດຕັ້ງຢູ່ພາກສະໜາມທີ່ເກີດໄພພິບັດຕົວຈິງພ້ອມທັງໄດ້ນຳສົ່ງລົດຮັບສັນຍານດາວທຽມ ໄປປະຈໍາການຢູ່ ສະຖານີໂທລະພາບ ແຫ່ງຊາດ ນະຄອນຫຼວງວຽງຈັນ ເພື່ອສະໜັບສະໜູນຄື:

  • ສະໜັບສະໜູນການ ຮັບ-ສົ່ງ ຂໍ້ມູນຂ່າວຂອງ ສະຖານນີໂທລະພາບ ປກສ, ລາວສະຕາ ແລະ ໜັງສືພິມພັດທະນາລາວ.
  • ລາຍງານຂ່າວ ແລະ ຖ່າຍທອດສົດການຖະແຫຼງຂ່າວຈາກພາກສະໜາມປະຈຳວັນ (04 ຄັ້ງ/ວັນ) ຊຶ່ງເລີ່ມແຕ່ວັນທີ 29 ກໍລະກົດ 2018 ເປັນຕົ້ນມາ.
  • ຊ່ວຍຕອບສະໜອງການສື່ສານດ້ານອິນເຕີເນັດໃຫ້ ພະນັກງານເມືອງ, ອາສາສະໝັກ ແລະ ໜ່ວຍກູ້ໄພ ທັງລາວ ແລະ ຕ່າງປະເທດ ໃນເຂດເກີດໄພພິບັດ.

ຄິດໄລ່ເປັນຈຳນວນເງິນຕາມແຜນຊ່ວຍເຫຼືອດ້ານເຕັກນິກ ເລີ່ມແຕ່ວັນທີ 29 ກໍລະກົດ ຫາ ວັນທີ 17 ສິງຫາ 2018 ຊຶ່ງປະກອບມີ: ຄ່າເຊົ່າລົດ, ຄ່າສະຖານທີເຄື່ອນທີ່ສັນຍານດາວທຽມ ຄິດເປັນເງິນທັງໝົດແມ່ນ 90,000 ໂດລາສະຫາລັດ.

7. ນອກຈາກນີ້ຍັງມີພະນັກງານຂອງ ບໍລິສັດຈຳນວນໜຶ່ງໄດ້ເຂົ້າຮ່ວມທີມກູ້ໄພອາສາສະໝັກ ລົງໄປຄົ້ນຫາຜູ້ສູນຫາຍ ແລະ ເສຍຊີວິດ ຢູ່ພາກສະໜາມ.

ໃນໄລຍະທີ່ລົງປະຕິບັດງານຢູ່ພາກສະໜາມທາງທີມງານແມ່ນໄດ້ປະສານງານຢ່າງກົມກຽວຮ່ວມກັບ ພະແນກ ປທສ ແຂວງອັດຕະປື ກົມ ກ່ຽວຂ້ອງ ກະຊວງ ປທສ ແລະ ອຳນາດການປົກຄອງເມືອງ ສະໜາມໄຊ ໂດຍສະເພາະແມ່ນໄດ້ຮັບກຳລັງໃຈທີ່ດີຈາກ ພະນະທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ຊຶ່ງເພີ່ນໄດ້ເຂົ້າຢ້ຽມຢາມສະຖານນີເຄື່ອນທີ ທີ່ປະຈຳຢູ່ເຂດໄພພິບັດ ໂດຍໄດ້ໃຫ້ທິດຊີ້ນຳໃຫ້ທາງ ບໍລິສັດສືບຕໍ່ປະຕິບັດໜ້າທີ່ດັ່ງກ່າວ ໃຫ້ສຳເລັດ ແລະ ສືບຕໍ່ຊ່ວຍເຫຼືອສັງຄົມ ຕາມທ່າແຮງທີ່ມີຂອງບໍລິສັດ.