news & activities

ພິທີການເຊັນສັນຍາບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມື ສ້າງສູນຂໍ້ມູນ ຂ່າວສານ

ພິທີການເຊັນສັນຍາບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມື ສ້າງສູນຂໍ້ມູນ ຂ່າວສານ ລະຫວາງ ບໍລິສັດດາວທຽມລາວ ເອເຊຍ-ປາຊິຟິກ ຈຳກັດ ແລະ ບໍລິສັດພອດຄິວລິດ ເຕັກໂນໂລຊີ ສິງກະໂປ ແລະ ບໍລິສັດ ມີເດຍ ເອນຈີເນຍຣິງ ຈຳກັດຜູ້ດຽວ
ວັນທີ 15 ທັນວາ 2023, ທີ່ ໂຮງແຮມ ວຽງຈັນພລາຊາ ບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈຳກັດ, ບໍລິສັດພອດຄິວລິດ ເຕັກໂນໂລຊີ ສິງກະໂປ ແລະ ບໍລິສັດ ມີເດຍ ເອນຈີເນຍຣິງ ຈຳກັດຜູ້ດຽວ, ວ່າດ້ວຍ ຮ່ວມມື ສ້າງສູນຂໍ້ມູນ ຂ່າວສານ. ຕາງໜ້າລົງນາມໃນຄັ້ງນີ້ໂດຍ ທ່ານ ອູ ຟາງ ເຈຍ ຜູ້ອໍານວຍການໃຫ່ຍ ບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈໍາກັດ, ທ່ານ Max Lee ຜູ້ອຳນວຍການບໍລິສັດພອດຄິວລິດ ເຕັກໂນໂລຊີ ສິງກະໂປ ແລະ ທ່ານ Eddy Leow ຜູ້ອໍານວຍການ ບໍລິສັດ ມີເດຍ ເອນຈີເນຍຣິງ ຈຳກັດຜູ້ດຽວ, ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານໂດຍມີ ບັນດາຫົວໜ້າພະແນກ, ຮອງພະແນກ ແລະ ພະນັກງານຄະນະສູນ ຂອງທັງສອງຝ່າຍພາຍໃນນະຄອນຫຼວງວຽງຈັນ ກໍ່ໄດ້ເຂົ້າຮ່ວມໃນພິທີດັ່ງກ່າວ. ການລົງນາມເຊັນສັນຍາໃນຄັ້ງນີ້ປະສົບຜົນສຳເລັດ ແລະ ຜ່ານພົ້ນໄປດ້ວຍຄວາມອົບອຸ່ນ, ເຊິ່ງຄະນະຜູ້ອຳນວຍການຂອງທັງສອງຝ່າຍພາຍຫຼັງລົງນາມສຳເລັດກໍໄດ້ໂອ້ລົມ ແລະ ປຶກສາຫາລືກັນຢ່າງເປັນກັນເອງ.