news & activities

ກິດຈະກຳກິລາບານເຕະມິດຕະພາບ ລະຫວ່າງ ສາມອົງການຈັດຕັ້ງມະຫາຊົນ ຂອງກົມກວດກາ ແລະ ດາວທຽມລາວ ເອເຊຍ-ປາຊີຟິກ

ວັນທີ 14 ທັນວາ 2023 ບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈຳກັດ ໄດ້ເຂົ້າຮ່ວມກິດຈະກຳກິລາບານເຕະມິດຕະພາບ ລະຫວ່າງ ສາມອົງການຈັດຕັ້ງມະຫາຊົນ ຂອງກົມກວດກາ ແລະ ດາວທຽມລາວ ເອເຊຍ-ປາຊີຟິກ ຈຳກັດ, ເນື່ອງໃນໂອກາດສະເຫຼີມສະຫຼອງຜົນສຳເລັດກອງປະຊຸມສະຫຼຸບຕີລາຄາກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023 ແລະ ທິດທາງແຜນການປະຈຳປີ 2024 ແລະ ຂ່ຳນັບຮັບຕ້ອນວັນຊາດ ທີ 02 ທັນວາ ເພື່ອສ້າງສາຍສຳພັນຮັດແໜ້ນຄວາມສາມັກຄີພາຍໃນ ລະຫວ່າງພະນັກງານສອງພາກສ່ວນ.