news & activities

ບໍລິສັດດາວທຽມລາວເອເຊຍ-ປາຊີຟິກ ເປັນກຽດໃນການຕ້ອນຮັບ ການເຂົ້າຢ້ຽມຢາມທ່ຽວຊົມ

ໃນວັນທີ 25 ສິງຫາ 2023 ພະນັກງານບຳນານ ແລະ ສື່ມວນຊົນລວມ 30 ທ່ານ ຈາກກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ສະມາຄົມນັກຂ່າວແຫ່ງ ສປປ ລາວ) ເຂົ້າມາຢ້ຽມຊົມພ້ອມຮັບຟັງລາຍງານປະຫວັດຄວາມເປັນມາຂອງດາວທຽມລາວ ເນື່ອງໃນໂອກາດລະນຶກວັນສ້າງຕັ້ງສື່ມວນຊົນລາວຄົບຮອບ 73 ປີ ທີ່ສະຖານີດາວທຽມພາກພື້ນດິນ ຫຼັກ14 ຂອງ ບໍລິສັດ ດາວທຽມລາວ ເອເຊຍ-ປາຊິຟິກ ຈຳກັດ, ຕ້ອນຮັບໂດຍ ທ່ານ ຫຽມ ພົມມະຈັນ ປະທານສະພາບໍລິຫານ ພ້ອມດ້ວຍຄະນະ ບໍລິສັດ ດາວທຽມລາວ ເອເຊຍ-ປາຊິຟິກ ຈຳກັດ.